ເຂົ້າໃຈ ແລະ ຍາດແຍ່ງໂອກາດຈາກສັນຍາ RCEP
(VOVWORLD) - ໂດຍຜັນຂະຫຍາຍໂຄງການເຄື່ອນໄຫວຂອງລັດຖະບານກ່ຽວກັບການໂຄສະນາ, ເຜີຍແຜ່ ອາຊຽນ, ແນໃສ່ເພີ່ມທະວີປະສິດທິຜົນການເຄື່ອນໄຫວໂຄສະນາເຜີຍແຜ່ ອາຊຽນ, ຕອນເຊົ້າວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຝຶກອົບຮົມວຽກງານໂຄສະນາ ອາຊຽນ ດ້ວຍຫົວຂໍ້ “ຜົນກະທົບຂອງ ສັນຍາ RCEP ຕໍ່ພື້ນຖານເສດຖະກິດ ຫວຽດນາມ ແລະ ສິ່ງທີ່ວິສາຫະກິດຄວນຮູ້”.
ກອງປະຊຸມຝຶກອົບຮົມວຽກງານໂຄສະນາ ອາຊຽນ ດ້ວຍຫົວຂໍ້ “ຜົນກະທົບຂອງ ສັນຍາ RCEP ຕໍ່ພື້ນຖານເສດຖະກິດ ຫວຽດນາມ ແລະ ສິ່ງທີ່ວິສາຫະກິດຄວນຮູ້” (ພາບ: VOV5 - Anh Huyen) |
ກອງປະຊຸມເພື່ອແນໃສ່ສະໜອງຂໍ້ມູນໃຫ້ແກ່ນັກຂ່າວ, ບັນນາທິການຮັບຜິດຊອບຂົງເຂດສະເພາະຂອງບັນດາສຳນັກຂ່າວສານ, ສື່ມວນຊົນ ເພີ່ມທະວີການໂຄສະນາກ່ຽວກັບສັນຍາ ຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ບັນດານະໂຍບາຍຫຼ້າສຸດຂອງ ຫວຽດນາມ ເພື່ອປະຕິບັດສັນຍາ RCEP ໃຫ້ແກ່ປະຊາຄົມວິສາຫະກິດ ແລະ ປະຊາຊົນ.
ສັນຍາ RCEP ລວມມີ 10 ປະເທດສະມາຊິກ ອາຊຽນ ແລະ 5 ປະເທດຄູ່ຮ່ວມມືຂອງ ອາຊຽນ ຄື ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ ເຂົ້າໃນເດືອນພະຈິກ 2020 ແລະ ມີຜົນສັກສິດຢ່າງເປັນທາງການແຕ່ວັນທີ 1 ມັງກອນ 2022. ທ່ານ ຫງວຽນແອັງເຢືອງ, ສະຖາບັນຄົ້ນຄວ້າເສດຖະກິດສູນກາງ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:
“ໃນສັນຍາການຄ້າເສລີທຸກສະບັບ (FTA), ອາຊຽນ ໄດ້ລົງນາມໃນສັນຍາ FTA ຫຼາຍສະບັບກັບບັນດາປະເທດຄູ່ຮ່ວມມື ແຕ່ ສັນຍາ RCEP ແມ່ນສັນຍາສະບັບທຳອິດ ເຊິ່ງ ອາຊຽນ ສວມບົດບາດເປັນປະສານງານໃນການເຈລະຈາກັບພື້ນຖານເສດຖະກິດໃຫຍ່ທັງໝົດ. ໃນສະພາບການປັດຈຸບັນ, ຢູ່ ອາຊີ - ປາຊີຟິກ ມີການແກ້ງແຍ້ງຢ່າງໃຫຍ່ຫຼວງ, RCEP ໄດ້ສະແດງບົດບາດຂອງ ອາຊຽນ, ມີປະສົບການໃນການປະສານງານກັບບັນດາປະເທດພາຍນອກໃນເວທີດຽວກັນ, ແມ່ນອົງການທີ່ມີກຳລັງຄວາມສາມາດຢ່າງພຽງພໍເພື່ອສົມທົບກັບບັນດາພື້ນຖານເສດຖະກິດໃຫຍ່ໃນພາກພື້ນ”.
Anh Huyen