ເຄື່ອງນຸ່ງອາພອນຂອງບັນດາການນຳ APEC 2017 ເຂັ້ມຂົ້ນໄປດ້ວຍຂີດໝາຍວັດທະນະທຳ ຫວຽດນາມ

(VOVWORLD) - ພ້ອມກັບບັນດາວຽກງານວັດທະນະທຳອື່ນໆ ກະກຽມໃຫ້ປີ APEC 2017 ເວົ້າລວມ, ສັບປະດາຂັ້ນສູງ APEC ເວົ້າສະເພາະ, ການເລືອກເຟັ້ນ, ອອກແບບເຄື່ອງນຸ່ງອາພອນໃຫ້ບັນດາການນຳຂອງ 21 ພື້ນຖານເສດຖະກິດສະມາຊິກທີ່ກອງປະຊຸມສຸດຍອດ APEC ຈັດຕັ້ງໃນວັນທີ 11 ພະຈິກ ຈະມາເຖິງຢູ່ດ່ານັ້ງ, ກໍ່ໄດ້ຮັບການກະກຽມຈາກ ຫວຽດນາມ ແຕ່ດົນໆມາແລ້ວ. 

ຕາມນັ້ນແລ້ວ, ທ້າຍປີ 2016, ຫວຽດນາມ ໄດ້ເຊື້ອເຊີນນັກອອກແບບແຖວໜ້າຂອງ ຫວຽດນາມ 5 ທ່ານ ພ້ອມກັນເຂົ້າຮ່ວມການສ້າງແນວຄວາມຄິດ ແລະ ສະພາກວດກາຂອງອະນຸກຳມະການໂຄສະນາ ແລະ ວັດທະນະທຳ APEC ຮັບຮອງເອົາ. ທ່ານ ຮີ່ງຫວິງອ໋າຍ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ວັດທະນະທຳ, ຄະນະກຳມະການແຫ່ງຊາດ APEC, ໃຫ້ຮູ້ວ່າ:

        “ນີ້ບໍ່ແມ່ນຊຸດປະຈຳຊາດຂອງ ຫວຽດນາມ, ຫາກມັນເປັນເຄື່ອງແບບຂອງ APEC 2017 ຫວຽດນາມ. ດ້ວຍຜ້າແພ ໂດຍ ຫວຽດນາມ ຜະລິດເປັນຕົ້ນ, ສະແດງສິ່ງເປັນມູນເຊື້ອ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ, ບໍ່ຄືກັບປະເທດໃດໃນໂລກ, ນຸ່ງສະບາຍ. ແລະ ນີ້ຈະແມ່ນໜຶ່ງໃນບັນດາຂອງຂວັນສະຫງວນໃຫ້ບັນດາປະມຸກລັດ, ການນຳຂອງບັນດາພື້ນຖານເສດຖະກິດ APEC ທີ່ເຂົ້າຮ່ວມ.”

       ໂດຍເປັນທຳນຽມແລ້ວ, ປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດຂອງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໃນແຕ່ລະປີຕ້ອງຮັບຜິດຊອບກະກຽມເຄື່ອງນຸ່ງທີ່ເປັນເອກະລັກສະເພາະຂອງປະເທດຕົນເພື່ອໃຫ້ບັນດາການນຳເຂົ້າຮ່ວມນຸ່ງໃນຍາມຖ່າຍຮູບທີ່ລະນຶກ. ປີ 2006, ປີທຳອິດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ APEC, ຊຸດເສື້ອຍາວມູນເຊື້ອຂອງ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃຫ້ກັບປະມຸກລັດຂອງ 21 ພື້ນຖານເສດຖະກິດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ