ເຈລະຈາຂັ້ນສູງຫວຽດນາມ-ເປຣູ
ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ
ທ່ານປະທານາທິບໍດີ ເປຣູ Pedro Paplo Kuxzynsky
(vovworld) - ວັນທີ 18/11 ຢູ່ສຳນັກງານປະທານາທິບໍດີ ເປຣູ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ເປຣູ Pedro Paplo Kuxzynsky ມີການເຈລະຈາສຳຄັນໃນບັນຍາກາດມິດຕະພາບ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ນະທີ່ນີ້ ການນຳ 2 ທ່ານເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງກໍ່ຄືບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ, ຊຸກຍູ້ການລົງນາມໃນບັນດາຂໍ້ຕົກລົງ 2 ຝ່າຍ ເພື່ອເປີດກ້ວາງການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນກ່ຽວກັບດ້ານໂທລະຄົມມະນາຄົມ ແລະ ນ້ຳມັນອາຍແກສ. ການນຳ 2 ທ່ານກໍ່ເຫັນດີເປັນເອກະສັນນຳກັນມານະພະຍາຍາມສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຂອງ 2 ຝ່າຍສຳຜັດກັບຕະຫລາດອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕີນກ່ວາອີກ. ການນຳ 2 ທ່ານກໍ່ແລກປ່ຽນກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກເຖິງ ຄວາມສຳຄັນຂອງເລື່ອງເພີ່ມທະວີການຮ່ວມມື ເພື່ອຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອການພັດທະນາ. ທ່ານປະທານປພະເທດ ເຈີ່ນດ້າຍກວາງ ສະເໜີວ່າ 2 ຝ່າຍສືບຕໍ່ສົມທົບກັນ ເພື່ອປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂອບເຂດ APEC ແນໃສ່ຮັບປະກັນຜົນສຳເລັດຂອງປີ APEC ເປຣູ 2016 ແລະ ປີ APEC ຫວຽດນາມ 2017 ເປັນຢ່າງດີ. ພາຍຫລັງການເຈລະຈາ ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ເປຣູ Kuxzynsky ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 3 ສະບັບ.