ກວດກາເສັ້ນຊາຍແດນຢູ່ແຂວງ ລອງອານ
(ພາບ: baolongan)
(vovworld) - ວັນທີ 19/7, ເຈົ້າແຂວງ ແຂວງ Svay Rieng, ທ່ານ Chhieng Om ຄັດຄ້ານບາງສະມາຊິກພັກກູ້ຊາດ (CNRP) ຝ່າຍຄ້ານຢູ່ ກຳປູເຈຍ ແຕ່ງຕັ້ງຄະນະໜຶ່ງປະມານ 1.000 ຄົນໄປເຖິງເຂດຊາຍແດນລະຫວ່າງແຂວງ Svay Rieng ຂອງ ກຳປູເຈຍ ແລະ ແຂວງ ລອງອານ ຂອງ ຫວຽດນາມ. ທ່ານ Chhieng Om ຖືວ່າ: ການເຕົ້າໂຮມຫລາຍຄົນຢູ່ເຂດຊາຍແດນລະຫວ່າງ 2 ປະເທດ ອາດຈະທຳລາຍຄວາມເປັນລະບຽບຮຽບຮ້ອຍຢູ່ທ້ອງຖິ່ນ. ທ່ານ Chhieng Om ຢືນຢັນວ່າ: ລັດຖະບານ ແລະ ປະຊາຊົນ 2 ປະເທດ ກຳປູເຈຍ ແລະ ຫວຽດນາມ ປາດຖະໜາຢາກກໍ່ສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ.
ກ່ອນນັ້ນ, ວັນທີ 28/6, ບາງສະມາຊິກລັດຖະສະພາຝ່າຍຄ້ານ CNRP ໄດ້ນຳພາຊາວ ກຳປູເຈຍ ປະມານ 250 ຄົນ ເຂົ້າເລິກໃນບໍລິເວນຫຼັກໝາຍ 203 ໂດຍຫວຽດນາມ ຄຸ້ມຄອງ, ຊຶ່ງຂຶ້ນກັບບໍລິເວນແຂວງ ລອງອານ. ກຳລັງເຈົ້າໜ້າທີ່ ຫວຽດນາມ ແລະ ປະຊາຊົນທ້ອງຖິ່ນ ໄດ້ສະກັດກັ້ນ, ອະທິບາຍ ແຕ່ຖືກບຸກຄົນຫົວຮຸນແຮງຈຳນວນໜຶ່ງຂອງ ກຳປູເຈຍ ບຸກໂຈມຕີ, ອັນໄດ້ເຮັດໃຫ້ຊາວ ຫວຽດນາມ 7 ຄົນ ຖືກບາດເຈັບ. ພາຍຫລັງເຫດການດັ່ງກ່າວ, ກະຊວງການຕ່າງປະເທດ ແຕ່ງຕັ້ງກຸ່ມປະຕິບັດງານປະສົມ 2 ປະເທດ ໄປເຖິງເຂດຊາຍແດນເຮັດແຈ້ງສາຍເຫດ ແລະ ເຫັນດີເປັນເອກະພາບສົມທົບກັນບໍ່ປະໃຫ້ເກີດບັນດາກໍລະນີຄ້າຍຄືກັນອີກ.
ນັກຂ່າວປະຈຳກຳປູເຈຍ