ເຊີດຊູ 100 ນັກ ທຸລະກິດຍິງ ຫວຽດນາມ ດີເດັ່ນປີ 2013
ພິທີໄດ້ຈັດຂຶ້ນໃນຕອນເຊົ້່າວັນທີ 1/3
(ພາບ: vov.vn)
(vovworld) – ເຫດການເຊີດຊູນັກທຸລະກິດຍິງຫວຽດນາມດີເດັ່ນປີ 2013 100 ຄົນໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 1/3, ຢູ່ ຮ່າໂນ້ຍ, ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3. “ນັກທຸລະກິດຍິງ ຫວຽດນາມ ດີເດັ່ນປີ 2013 - ຂັນດອກກຸຫຼາບຄຳ” ແມ່ນລາງວັນເພື່ອແນ່ໃສ່ຮັບຮຸ້, ເຊີດຊູນັກທຸລະກິດຍິງ ຫວຽດນາມ ທີ່ມີຜົນງານດີເດັ່ນໃນການຜະລິດ, ດຳເນີນທຸລະກິດ ແລະ ມີການປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດພັດທະນາເສດຖະກິດ - ສັງຄົມ.
ທ່ານນາງ ຫຼີແທງ, ຜູ້ອຳນວຍການບໍລິສັດຈຳກັດ ກິມແທງ (ບໍລິສັດສົ່ງອອກເຂົ້າສານ), ແຂວງ ອານຢາງ, ເຊິ່ງແມ່ນ 1 ໃນ ບັນດາຜູ້ໄດ້ຮັບລາງວັນໃນຄັ້ງນີ້, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າພັດທະນາບັນດາຜະລິດຕະພັນມີຄຸນນະພາບດີ, ໄດ້ຮັບການ ເລືອກເຟັ້ນຈາກຜູ້ອຸປະໂພກ, ບໍລິໂພກ ເພື່ອຈຳໜ່າຍຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ບໍລິສັດພວກຂ້າພະເຈົ້າ ພວມເປີດກ້ວາງ ການຜະລິດ ດຳເນີນທຸລະກິດ ແລະ ລົງທຶນປະກອບວັດຖຸອຸປະກອນເຕັກໂນໂລຢີສູງ ເພື່ອຍົກສູງປະລິມານການຜະລິດ ໃນໄລຍະຈະມາເຖິງ. ຂ້າພະເຈົ້າຮູ້ສຶກເປັນກຽດເມື່ອ ໄດ້ຮັບລາງວັນນີ້.”
ກ່າວຄຳເຫັນນະພິທີ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ: ບັນດານັກທຸລະກິດໄດ້ຮັບການເຊີດຊູໃນຄັ້ງນີ້ສືບຕໍ່ເສີມຂະຫຍາຍບັນດາທັກສະໃນການບໍລິຫານເປັນຢ່າງດີ, ສ້າງບັນດາບາດກ້າວໃໝ່ມີລັກສະນະບຸກທະລຸ, ປະດິດສ້າງເພື່ອໃຫ້ວິສາຫະກິດພັດທະນາແບບຍືນຍົງ ແລະ ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ ກ້ວາງຂວາງກັບພື້ນຖານເສດຖະກິດໂລກຂອງພື້ນຖານເສດຖະກິດຫວຽດນາມ.