ເຊີດຊູ 35 ແບບຢ່າງດີເດັ່ນ “ຂ້ອຍຮັກ ດ່ານັ້ງ”

(VOVWORLD) - ນັບແຕ່ເດືອນເມສາ ປີ 2017, ໜັງສືພິມ ຕ໋ວຍແຈ ໄດ້ເປີດລາຍການ “ຂ້ອຍຮັກ ດ່ານັ້ງ”. 
ເຊີດຊູ 35 ແບບຢ່າງດີເດັ່ນ “ຂ້ອຍຮັກ ດ່ານັ້ງ” - ảnh 1 35 ບຸກຄົນ, ໝູ່ຄະນະທີ່ພິທີ

ຕອນຄ່ຳວັນທີ 12 ມັງກອນ, ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໄດ້ສົມທົບກັບໜັງສືພິມ ຕ໋ວຍແຈ (ໄວໜຸ່ມ) ຈັດຕັ້ງລາຍການ Gala ເຊີດຊູ 35 ບຸກຄົນ, ໝູ່ຄະນະດີເດັ່ນໃນລາຍການ “ຂ້ອຍຮັກ ດ່ານັ້ງ” ໃນໜັງສືພິມ ຕ໋ວຍແຈ ປີ 2017. ນັບແຕ່ເດືອນເມສາ ປີ 2017, ໜັງສືພິມ ຕ໋ວຍແຈ ໄດ້ເປີດລາຍການ “ຂ້ອຍຮັກ ດ່ານັ້ງ”. ຜ່ານນັ້ນ, ໄດ້ແນະນຳເຖິງທ່ານຜູ້ອ່ານບັນດາເລື່ອງລາວວັດທະນະທຳມະນຸດກ່ຽວກັບນ້ຳໃຈຂອງມະນຸດໃນວົງຄະນະຍາດ. ທ່ານ ໂດ໋ວັນຢູ້ງ, ຮອງບັນນາທິການໃຫຍ່ໜັງສືພິມ ຕ໋ວຍແຈ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຜັນຂະຫຍາຍໃນຕະຫຼອດໜຶ່ງປີຜ່ານມາ, ຮັບຮູ້, ເຊີດຊູບັນດາເລື່ອງລາວຂອງພົນລະເມືອງ ດ່ານັ້ງ. ບັນດາວຽກງານທຳມະດາລຽງງ່າຍທີ່ເຂົາເຈົ້າໄດ້ເຮັດແຕ່ວັນນີ້ສູ່ວັນໜ້າໄດ້ເຮັດໃຫ້ນະຄອນມີຄວາມສວຍງາມກ່ວາ. ພວກຂ້າພະເຈົ້າຫວັງວ່າຈະຊອກຫາໄດ້ຫຼາຍແບບຢ່າງທີ່ດີງາມຂອງນະຄອນ ດ່ານັ້ງ ຕື່ມອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ