ເຊ​ີ​ດ​ຊູ ແລະ ມອບ​ລາງວັນ ຊາວ​ກະ​ສິ​ກອນ ຫວຽດ​ນາມ​ດີ​ເດັ່ນ​ 63 ຄົນ​ໃນ​ປີ 2020

(VOVWORLD) -ຊາວກະສິກອນດີເດັ່ນ 63 ຄົນ ທີ່ໄດ້ຮັບການເຊີດຊູໃນປີນີ້ແມ່ນ ບັນດາແບບຢ່າງດີເດັ່ນກ່ຽວກັບການຜະລິດກະສິກຳ - ປ່າໄມ້ - ການປະມົງຂອງຫວຽດນາມ ດ້ວຍຫຼາຍຮູບການດີເດັ່ນທີ່ມີລາຍຮັບສູງ. ຊາວກະສິກອນສ່ວນຫຼາຍລ້ວນແຕ່ມີກຳໄລແຕ່ 1 ຕື້ ດົ່ງ (ປະມານ 43 ພັນ USD) ຕໍ່ປີ ຂຶ້ນໄປ.
ເຊ​ີ​ດ​ຊູ ແລະ ມອບ​ລາງວັນ ຊາວ​ກະ​ສິ​ກອນ ຫວຽດ​ນາມ​ດີ​ເດັ່ນ​ 63 ຄົນ​ໃນ​ປີ 2020 - ảnh 1ທ່ານ ຫງວຽນວັນບິ່ງ ແລະ ທ່ານ ທ່າວຊວັນສຸ່ງ ມອບໃບຍ້ອງຍໍ ໃຫ້ແກ່ຊາວກະສິກອນ ຫວຽດນາມດີເດັ່ນໃນປີ 2020 (ພາບ: baodansinh.vn ) 

ຕອນຄ່ຳວັນທີ 13 ຕຸລາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງສະມາຄົມຊາວກະສິກອນ ຫວຽດນາມ, ສູນກາງສະມາຄົມຊາວກະສິກອນຫວຽດນາມໄດ້ເປັນເຈົ້າພາບສົມທົບກັບຄະນະໂຄສະນາ ສຶກສາສູນກາງພັກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມຈັດຕັ້ງພິທີເຊີດຊູ ແລະ ມອບລາງວັນຊາວກະສິກອນ ຫວຽດນາມດີເດັ່ນປີ 2020. ກ່າວຄຳເຫັນທີ່ພິທີ, ທ່ານ ທ່າວຊວັນຊຸ່ງ, ປະທານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ເນັ້ນໜັກວ່າ:

        ເຊີດຊູຊາວກະສິກອນ ຫວຽດນາມ ດີເດັ່ນແມ່ນ ເຊີດຊີ ຄຸນງາມຄວາມດີ, ຄວາມເກັ່ງກ້າສາມາດ, ການປະດິດຄິດສ້າງ ຂອງຊາວກະສິກອນ ເຊິ່ງໄດ້ອຸທິດສ່ວນຕົນເອງເພື່ອພາລະກິດພັດທະນາກະສິກຳ, ສ້າງຊົນນະບົດໃໝ່, ສ້າງຊົນຊັ້ນຊາວກະສິກອນ ຫວຽດນາມ ມຫ້ມີຄວາມໝັ້ນຄົງເຂັ້ມແຂງໃນພາລະກິດສ້າງສາ ແລະ ປົກປັກຮັກສາ ປະເທດຊາດ ຫວຽດນາມ. ພ້ອມທັງສ້າງກຳລັງແຜ່ຂະຫຍາຍຢ່າງແຮງກ່ຽວກັບ “ແບບຢ່າງຊາວກະສິກອນລຸ້ນໃໝ່”.

        ຊາວກະສິກອນດີເດັ່ນ 63 ຄົນ ທີ່ໄດ້ຮັບການເຊີດຊູໃນປີນີ້ແມ່ນ ບັນດາແບບຢ່າງດີເດັ່ນກ່ຽວກັບການຜະລິດກະສິກຳ - ປ່າໄມ້ - ການປະມົງຂອງຫວຽດນາມ ດ້ວຍຫຼາຍຮູບການດີເດັ່ນທີ່ມີລາຍຮັບສູງ. ຊາວກະສິກອນສ່ວນຫຼາຍລ້ວນແຕ່ມີກຳໄລແຕ່ 1 ຕື້ ດົ່ງ (ປະມານ 43 ພັນ USD) ຕໍ່ປີ ຂຶ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ