ເຊີດຊູ51ປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນປີ2015
ເຊີດຊູ51ປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນປີ2015
(ພາບ: vusta)
(vovworld) - ວັນທີ 8/10, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ຈັດຕັ້ງກອງປະຊຸມ ແຂ່ງຂັນຮັກຊາດ ແລະ ເຊີດຊູ ປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນຂອງບັນດາສະມາຄົມຂະແໜງໃນທົ່ວປະເທດ, ໄລຍະ 2010-2015. ມີ 51 ປັນຍາຊົນໄດ້ຮັບການເຊີດຊູ ແລະ ມອບຂັນ “ປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນ ປີ 2015 ” ມີຜົນງານດີເດັ່ນໃນການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີ ແລະ ວຽກງານສະມາຄົມ. ທ່ານ ຟ້າມວັນເຕິນ, ຮອງປະທານທັງເປັນເລຂາທິການໃຫຍ່ສະຫະສະມາຄົມ, ເນັ້ນໜັກເຖິງ ມາດຕະການໃນໄລຍະໃໝ່ 2015-2020 ແມ່ນ ແຕ່ລະປີ ຕ້ອງປຸກລະດົມຂະບວນການແຂ່ງຂັນຕິດພັນກັບໜ້າທີ່ການເມືອງ ຂອງແຕ່ລະສະມາຄົມ, ຈັດຕັ້ງວິທະຍາສາດ ແລະ ເຕັກໂນໂລຊີທີ່ສັງກັດ, ສ້າງ ແຜນການ ແລະ ປະຕິບັດແຜນການແຂ່ງຂັນ, ຍ້ອງຍໍຊົມເຊີຍ. ພ້ອມກັນນັ້ນ, ສະຫະ ສະມາຄົມຈະຄົ້ນພົບ ຍ້ອງຍໍຊົມເຊີຍ, ບັນດາໝູ່ຄະນະ ສ່ວນບຸກຄົນ ທີ່ມີຜົນງານດີເດັ່ນໃນການປະຕິບັດງານ, ບັນດາແບບຢ່າງທີ່ກ້າວໜ້າ, ພິເສດແມ່ນນັກວິທະຍາສາດໜຸ່ມ.