ເຊີດຊູການເຄື່ອນໄຫວສັງຄົມເພື່ອປະຊາຄົມດີເດັ່ນຂອງບັນດາອົງການຈັດຕັ້ງຊາວໜຸ່ມ

(VOVWORLD) -ວັນທີ 02 ທັນວາ, ສູນຄົ້ນຄວ້າພັດທະນາແບບຍືນຍົງ (CSDS) ສັງກັດສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ (VUSTA) ໄດ້ຈັດພິທີມອບລາງວັນ ຊາວໜຸ່ມແຫ່ງການສ້າງສັນ 2017.

ເຊີດຊູການເຄື່ອນໄຫວສັງຄົມເພື່ອປະຊາຄົມດີເດັ່ນຂອງບັນດາອົງການຈັດຕັ້ງຊາວໜຸ່ມ - ảnh 1

ເຊີດຊູການເຄື່ອນໄຫວສັງຄົມເພື່ອປະຊາຄົມດີເດັ່ນຂອງບັນດາອົງການຈັດຕັ້ງຊາວໜຸ່ມ 

(ພາບ: giaoducthoidai.vn)

ລາງວັນແມ່ນເພື່ອແນໃສ່ເຊີດຊູບັນດາການເຄື່ອນໄຫວສັງຄົມ ເພື່ອປະຊາຄົມດີເດັ່ນໄລຍະ 2015 – 2017 ຂອງບັນດາອົງການຈັດຕັ້ງຊາວໜຸ່ມ. ຜ່ານລາງວັນ, ຄະນະຈັດຕັ້ງປາດຖະໜາຢາກສ້າງປະຖົມປັດໃຈເຊື່ອມຕໍ່ຊາວໜຸ່ມກັບບັນດາອົງການບໍ່ຂຶ້ນກັບລັດຖະບານ ເຊິ່ງພວມມີບັນດາການເຄື່ອນໄຫວທີ່ມີຄວາມໝາຍຢູ່ຫວຽດນາມ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານຫົວໜ້າສູນຄົ້ນຄວ້າພັດທະນາແບບຍືນຍົງ ດົນຕ໋ວນຟອງ, ໃຫ້ຮູ້ວ່າ.

        “ລາງວັນດັ່ງກ່າວພວກຂ້າພະເຈົ້າມຸ່ງໄປເຖິງບັນດາກຸ່ມ, ທິມ, ບັນດາສະໂມສອນ ຫຼື ບັນດາອົງການໂດຍຊາວໜຸ່ມສ້າງຕັ້ງ, ໂດຍຊາວໜຸ່ມເປັນຜູ້ບໍລິຫານ. ຈຸດປະສົງແມ່ນຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນຂອງບັນດາເພື່ອນຊາວໜຸ່ມ. ຄາດວ່າ, ພວກຂ້າພະເຈົ້າຈະຈັດຕັ້ງການມອບລາງວັນເປັນປະຈຳປີ ເພື່ອເຊີດຊູບັນດາກຸ່ມ ແລະ ກໍ່ແມ່ນການສົ່ງເສີມ, ລະດົມກຳລັງໃຈໃຫ້ມີຫຼາຍກຸ່ມເຂົ້າຮ່ວມກວ່າອີກ”.

        ໃນພິທີມອບລາງວັນ, ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງໃຫ້ສະໂມສອນອາສາສະໝັກຄວາມໄວ້ເນື້ອເຊື່ອໃຈ ດ້ວຍໂຄງການ “ແສງສະຫວ່າງເຂດພູຜາປ່າໄມ້”, ລາງວັນທີສອງມອບໃຫ້ອົງການຈັດຕັ້ງຮ່າໂນ້ຍ Queer.

ຕອບກັບ

ຂ່າວ/ບົດ​ອື່ນ