ທ່ານນາງ ເຈືອງທິມາຍ ມອບໃບຍ້ອງຍໍໃຫ້ 10 ແບບຢ່າງດີເດັ່ນໄດ້ຮັບລາງວັນໃນຄັ້ງນີ້
(ພາບ: Nguyễn Hiền/VOV)
|
(vovworld) – ຕອນຄ່ຳວັນທີ 19/3, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບກອງທຶນໜູນຊ່ວຍຊາວໜຸ່ມຜູ້ປີຊາສາມາດ ຫວຽດນາມ ຈັດຕັ້ງພິທີມອບລາງວັນໃຫ້ຊາວໜຸ່ມ ຫວຽດນາມ ດີເດັ່ນ 10 ຄົນໃນປີ 2016 ເຊິ່ງແມ່ນຜູ້ທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ ແລະ ອອກແຮງງານ. ກ່າວຄຳເຫັນທີ່ພິທີ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຖືວ່າ: ຊາວໜຸ່ມດີເດັ່ນ ຫວຽດນາມ ແຕ່ລະຄົນແມ່ນເລື່ອງລາວໜຶ່ງກ່ຽວກັບຄວາມປະຈັນບານ, ຄວາມຍຶດໝັ້ນ, ຄວາມມຸ່ງຫວັງບືນຕົວຂຶ້ນ ແລະ ການອຸທິດສ່ວນ… ທ່ານນາງ ເຈືອງທິມາຍ, ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ແຕ່ລະຄົນຈົ່ງສືບຕໍ່ເດີນຕາມຄວາມເມົາມົວຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງປະເທດຊາດ:
“ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ, ກອງທຶນໜູນຊ່ວຍຊາວໜຸ່ມຜູ້ປີຊາສາມາດ ຫວຽດນາມ ສືບຕໍ່ມີຫົວຄິດປະດິດສ້າງ, ປ່ຽນໃໝ່ເພື່ອມີບັນດາວິທີເຮັດຢ່າງມີປະສິດທິຜົນ ແລະ ມີບັນດາຂໍ້ສະເໜີລະອຽດຕໍ່ພັກ, ລັດ ກ່ຽວກັບກົນໄກ, ນະໂຍບາຍເພື່ອແນໃສ່ພົບເຫັນ, ເຊີດຊູ, ເບິ່ງແຍງດູແລ, ໜູນຊ່ວຍ ແລະ ເສີມຂະຫຍາຍຊາວໜຸ່ມຜູ້ປີຊາສາມາດ, ນັບຖືນຳໃຊ້ຊາວໜຸ່ມຜູ້ປີຊາສາມາດ. ຕ້ອງສຸມໃສ່ຄົ້ນຄ້ວາມາດຕະການບຳລຸງສ້າງ, ພັດທະນາ, ກຳນົດທິດໃຫ້ບັນດາຊາວໜຸ່ມຜູ້ປີຊາສາມາດ ພາຍຫຼັງເຂົາເຈົ້າໄດ້ຮັບການເຊີດຊູ ແລະ ມີວິທີຮ່ວມສຳພັນ, ເສີມຂະຫຍາຍກຳລັງແຮງຂອງບັນດາຜູ້ຍາດໄດ້ລາງວັນ, ເພື່ອແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມຂອງ ໄວໜຸ່ມດີເດັ່ນ ຫວຽດນາມ ເຖິງສະມາຊິກຊາວໜຸ່ມ, ອະນຸຊົນ, ເຍົາວະຊົນຢ່າງແຮງ.”