ເຊີດຊູບັນດາການກະທຳທີ່ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ໝັ້ນຄົງໃຫ້ແກ່ວົງຄະນະຍາດ.

(VOVWORLD) -ຕອນຄ່ຳວັນທີ 11 ທັນວານີ້, ຢູ່ຮ່າໂນ້ຍ, ພິທີມອບລາງວັນການກະທຳເພື່ອວົງຄະນະຍາດປີ 2023 (Human Act Prize)  ໄດ້ດຳເນີນເພື່ອແນໃສ່ເຊີດຊູບັນດາໂຄງການ ແລະ ແນວຄວາມຄິດທີ່ດີເດັ່ນ, ມີກຳລັງແຜ່ກະຈາຍ, ສ້າງຄຸນຄ່າ ອັນໃຫຍ່ຫຼວງໃຫ້ແກ່ວົງຄະນະຍາດ
ເຊີດຊູບັນດາການກະທຳທີ່ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ໝັ້ນຄົງໃຫ້ແກ່ວົງຄະນະຍາດ. - ảnh 15 ຂໍ້ລິເລີ່ມທີ່ດີເດັ່ນໄດ້ຮັບລາງວັນ Human Act Prize

     ຈາກເອກະສານ 129 ຊຸດທີ່ເຂົ້າຮ່ວມການປະກວດ, ຄະນະກຳມະການໄດ້ຄັດເລືອກບັນດາ ໂຄງການທີ່ດີເດັ່ນທີ່ສຸດເພື່ອມອບລາງວັນ.

  ໂດຍໄດ້ຮັບລາງວັນໃນການປະກວດ ໂຄງການທີ່ມີແງ່ຫວັງ, ທ່ານ ເລວັນຟຸກ, ຜູ້ກໍ່ຕັ້ງກຸ່ມ Fly to Sky ໃຫ້ຮູ້ວ່າ: ໃນ 5 ປີ, Fly to Sky ໄດ້ຜັນຂະຫຍາຍ ປະຕິບັດ 27 ໂຄງການໃນທົ່ວ 22 ແຂວງ, ນະຄອນ ດ້ວຍຍອດຈຳນວນເງິນລົງທຶນເກືອບ 10 ຕື້ດົ່ງ. (ກວ່າ 400.000 USD), ໜູນຊ່ວຍເດັກນ້ອຍ 1ໝື່ນ 6 ພັນຄົນນຳໃຊ້ນ້ຳສະອາດໃນເວລາໄປໂຮງຮຽນ, ປະກອບສ່ວນປື້ມ 5ໝື່ນຫົວ, ຄຸ້ມຄອງຫໍສະໝຸດ 33 ແຫ່ງໃນທົ່ວປະເທດ.

    ກ່າວຄຳເຫັນທີ່ພິທີ, ທ່ານ ເລກວກມິນ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ປະທານສະມາຄົມນັກຂ່າວ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານປະກວດຄັ້ງນີ້ ຫວັງວ່າໃນໄລຍະຈະມາເຖິງຈະມີບັນດາບຸກຄົນ, ອົງການຈັດຕັ້ງນັບມື້ນັບຫຼາຍ ມີຄວາມສົນໃຈຕໍ່ໂຄງການເພື່ອວົງຄະນະຍາດ ເພື່ອໃຫ້ລາງວັນການກະທຳເພື່ອວົງຄະນະຍາດປີ 2023 (Human Act Prize) ກາຍເປັນແຫຼ່ງກຳລັງ, ເປັນການແບ່ງປັນແລະຄວາມສາມັກຄີລະຫວ່າງມະນຸດດ້ວຍກັນໃນວົງຄະນະຍາດດຽວກັນ

ຕອບກັບ

ຂ່າວ/ບົດ​ອື່ນ