ເຊີດຊູບັນດານັກທຸ ລະກິດ,ວິສາຫະກິດ ໄດ້ຮັບລາງວັນ “ການຄ້າການບໍລິການ ຫວຽດນາມ ປີ 2013“
(ພາບ: baomoi.com)
(vovworld)- ພິທີເຊີດຊູບັນດານັກທຸລະກິດ, ວິສາຫະກິດໄດ້ຮັບລາງວັນ “ການຄ້າການບໍລິການຫວຽດນາມ ປີ 2013“ ໄດ້ດຳເນີນໄປໃນຕອນເຊົ້າວັນທີ 19/4 ຢູ່ຮ່າໂນ້ຍ. ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ແກ່ຜູ້ຕາງໜ້າວິສາຫະກິດ, ນັກທຸລະກິດດິເດັ່ນ 30 ຄົນ ແລະ ວິສາຫະກິດດີເດັ່ນ 60 ແຫ່ງທີ່ເຄື່ອນໄຫວໃນບັນດາຂົງເຂດ ການຄ້າການບໍລິການຊື່ງຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາເມື່ອເຂົ້າເປັນສະມາຊິກອົງການການຄ້າໂລກ. ກ່າວຄຳເຫັນນະທີ່ນີ້, ທ່ານໂດ້ທັງຫາຍ ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງບັນດານັກທຸລະກິດ, ວິສາຫະກິດ ແລະ ທ່ານເນັ້ນໜັກວ່າ:
“ນີ້ແມ່ນບັນດາວິສາຫະກິດ ນັກທຸລະກິດໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຕີບໂຕຂອງພື້ນຖານເສດຖະກິດເວົ້າລວມ ແລະ ຂົງເຂດການຄ້າການບໍລິ ການຫວຽດນາມ ເວົ້າສະເພາະໃນຊຸມປີມໍ່ໆມານີ້. ຂ້າພະເຈົ້າປາດຖະໜາວ່າ ບັນດາວິສາຫະກິດ, ນັກທຸລະກິດຈະສືບຕໍ່ມານະພະຍາຍາມ, ພະຍາຍາມເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຄັງຄົມຂອງປະເທດຊາດ ແລະ ຜົນສຳເລັດຂອງວິສາຫະກິດເອງຫຼາຍກ່ວາອີກ“./.