ເຊີດຊູບັນດາໝູ່ຄະນະ, ບຸກຄົນທີ່ດີເດັ່ນເນື່ອງໃນໂອກາດວັນໂລກເຊີດຊູຜູ້ບໍລິຈາກເລືອດ 14/06

(VOVWORLD) - ວັນທີ 14 ມິຖຸນາ, ຄະນະຈັດຕັ້ງ “ຂະບວນການແດງ” ສູນກາງສົມໄດ້ທົບກັບຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈນະຄອນ ຫາຍຟ່ອງ ເຊີດຊູບັນດາໝູ່ຄະນະ, ບຸກຄົນ ແລະ ຄອບຄົວເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈດີເດັ່ນປີ 2018. ນີ້ແມ່ນຄັ້ງທີ 5, ລາຍການ “ຂະບວນການແດງ” ໄດ້ຈັດຕັ້ງຢູ່ ຫາຍຟ່ອງ ແລະ ໄດ້ຮັບການບໍລິຈາກເລືອດປະມານ 800 ຖົງ.

ແຕ່ວັນທີ 1 – 14 ມິຖຸນາ, ຢູ່ 28 ຕາແສງ, ເທດສະບານ, ບັນດາໂຮງຮຽນ ແລະ ໂຮງໝໍໃນບໍລິເວນເມືອງ ດວານຮຸ່ງ (ແຂວງ ຝູທໍ້) ໄດ້ຈັດຕັ້ງການພົບປະສັງສັນ, ໂອ້ລົມສົນທະນາກັບຜູ້ບໍລິຈາກເລືອດ. ບັນດາການພົບປະສັງສັນ, ໂອ້ລົມສົນທະນາໄດ້ຊ່ວຍໃຫ້ປະຊາຊົນຮັບຮູ້ໄດ້ຄວາມສຳຄັນຂອງການບໍລິຈາກເລືອດເພື່ອກູ້ເອົາຊີວິດ, ສ້າງກຳລັງແຜ່ຂະຫຍາຍຢ່າງກ້ວາງຂວາງໃນປະຊາຄົມ.

        ວັນທີ 14 ມິຖຸນາ, ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈແຂວງ ອານຢາງ ໄດ້ຈັດຕັ້ງພິທີເຊີດຊູຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈດີເດັ່ນແຂວງ ອານຢາງ ປີ 2018 ແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ບໍລິຈາກເລືອດເພື່ອກູ້ເອົາຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ