ເຊີດຊູຜູ້ດີເດັ່ນເກືອບ120ຄົນທີ່ໄດ້ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ2017

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 56 ປີແຫ່ງວັນວິນາດສະກຳທາດພິດສີສົ້ມຢູ່ຫວຽດນາມ ແລະ ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ (ວັນທີ 10 ສິງຫາ), ຕອນບ່າຍວັນທີ 08 ສິງຫາ, ຢູ່ຮ່າໂນ້ຍ

ເຊີດຊູຜູ້ດີເດັ່ນເກືອບ120ຄົນທີ່ໄດ້ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ2017 - ảnh 1ເຊີດຊູຜູ້ດີເດັ່ນເກືອບ120ຄົນທີ່ໄດ້ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ2017

(ພາບ: dangcongsan.vn)

ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ຈັດຕັ້ງງານພົບປະ “ເຊີດຊູບັນດາຜູ້ໃຈບຸນໃຈກຸສົນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ປີ 2017. ກ່າວຄຳເຫັນທີ່ງານພົບປະ, ທ່ານນາງ ເຈືອງທິມາຍ,  ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວນະຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ໃຫ້ຮູ້ວ່າ, ເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ຄອບຄົວ, ປະຈຸບັນ, ພັກ, ລັດ ໄດ້ ແລະ ພວມມີບັນດາມາດຕະການແກ້ໄຂ, ພິເສດແມ່ນບັນດາຂໍ້ຕິດຄັດ, ຂໍ້ຄົງຄ້າງກ່ຽວກັບນະໂຍບາຍ, ປັບປຸງລະບົບເອກະສານດ້ານກົດໝາຍກ່ຽວກັບບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິບັດ, ຄອບຄົວນະໂຍບາຍ. ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ:

        “ຂ້າພະເຈົ້າສະເໜີໃຫ້ສະມາຄົມທຸກຂັ້ນຮີບເຮັ່ງສະເໜີປະກາດໃຊ້ຈັດຕັ້ງການປະຕິບັດນະໂຍບາຍຂອງລັດ ທີ່ສະຫງວນໃຫ້ຜູ້ຕິດທາດພິດເຄມີລຸ້ນທີ່ 3 . ພ້ອມທັງ, ມີການສົມທົບກັນເພື່ອຍູ້ແຮງຂະບວນການເຄື່ອນໄຫວເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຕ້ອງເຮັດແນວໃດໃຫ້ມີການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດນັບມື້ນັບຫຼາຍຂຶ້ນ. ສຳລັບບັນດາແບບຢ່າງບືນຕົວຂຶ້ນຈາກຄວາມທຸກຍາກ, ກໍຄືຜູ້ມີໃຈບຸນໃຈກຸສົນສືບຕໍ່ໄດ້ຮັບການເຊີດຊູ ແລະ ທະວີຄຸນ”.

ຕອບກັບ

ຂ່າວ/ບົດ​ອື່ນ