ເຊີດຊູຜະລິດຕະພັນກະເສດປອດສານພິດ

ເຊີດຊູຜະລິດຕະພັນກະເສດປອດສານພິດ - ảnh 1
(ພາບປະກອບ)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 01/10, ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບໍລິສັດ ດົງ​ນາມ ​​ໄຂ​ງານ​ຕະຫລາດນັດ​ສາກົນ​ກະສີກຳ ​ແລະ ຜະລິດ​ຕະພັນກະ​ເສດ ຫວຽດນາມ ປີ 2015 (Vietnam Farm Expo 2015) ຢູ່​ນະຄອນ ​ໂຮ່ຈີ​ມິນ. ງານ​ຕະຫລາດນັດ​ມີ​ຮ້ານ​ວາງສະ​ແດງ 200 ຮ້ານ​ຂອງ​ຂະ​ແໜງ​​ກະ​ສີ​ກຳທີ່​ມາ​ຈາກ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ​ແລະ ວິ​ສາ​ຫະກິດ​ຕ່າງໆ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຜະລິດ, ​ປຸງ​ແຕ່ງ​ຜະລິດ​ຕະພັນກະ​ເສດ. ສິ່ງທີ່​ເປັນ​ໜ້າ​ສົນ​ໃຈ​ແມ່ນ​ຜະລິດ​ຕະພັນກະ​ເສດ​ຢູ່​ງານ​ຕະຫລາດນັດ​ທັງ​ໝົດ​ລ້ວນ​ແຕ່​​ໄດ້ຮັບ​ການ​ຜະລິດ​ຕາມ​ມາດຖານ VietGap, Global Gap, ມີ​ຂອບ​ຂະ​ໜາດ​ໃຫຍ່, ຕອບສະໜອງ​ໃຫ້​ບັນດາ​ໃບບິນ​ສັ່ງ​ຊື້​ສົ່ງ​ອອກ​ໄດ້​ເປັນ​ຢ່າງ​ດີ.

        ງານ​ຕະຫລາດນັດ​ໃນ​ປີ​ນີ້ ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ບໍລິສັດ​ທີ່ສະໜອງ​ອຸປະກອນ​ເຄື່ອງ​ຈັກ ​ແລະ ຜະລິດ​ຕະພັນ​ການ​ບໍລິການ​ກະ​ສີ​ກຳ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ. ບັນດາ​ນັກ​ຄຸ້ມ​ຄອງ​ກະ​ສີ​ກຳ ​ແລະ ວິ​ສາ​ຫະກິດ​ຢູ່​ງານ​ຕະຫລາດນັດປາດ​ຖະໜາ​ວ່າ: ງານ​ຕະຫລາດນັດ​ຈະ​ເຊື່ອມ​ຕໍ່​ຂັ້ນ​ຕອນ​ນັບແຕ່​ການ​ສະໜອງ​ວັດຖຸ​ດິບ​ເຖິງ​ການ​ຂັ້ນ​ຕອນ​ການຜະລິດ ​ແລະ ຈຳໜ່າຍ​ຜະລິດ​ຕະພັນ​ກະ​ສີ​ກຳ. ທ່ານ ຟານມິ​ງ​ເຊີນ, ຫົວໜ້າ​ຫ້ອງການ​ປຸງ​ແຕ່ງ ​ແລະ ວິຊາຊີບ​ຊົນນະບົດ, ກົມພັດທະນາ​ຊົນນະບົດ​ສາຂາ ​ເລີມ​ດົ່ງ ​ໃຫ້​ຮູ້​ວ່າ:

        “ກົມພັດທະນາ​ຊົນນະບົດສາຂາ ​ເລີມ​ດົ່ງ ມີ​ຮ້ານ​ວາງສະ​ແດງ 5 ຮ້ານ. ພວກ​ຂ້າພະ​ເຈົ້າ​ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ, ສະຫະກອນ, ໜ່ວຍ​ສະຫະກອນ, ໝູ່​ບ້ານ​ອາຊີບເຂົ້າ​ຮ່ວມ​ງານ​ຕະຫລາດນັດ, ​​ໄດ້ໂຄສະນາ​ແນະນຳ​ ​ຜະລິດ​ຕະພັນ ​ແລະ ​ຫຼຸດຜ່ອນຂອດກາງ ກໍ່ຄື ຄ່າ​ໃຊ້​ຈ່າຍ​ໃນ​ການ​ຈຳໜ່າຍ​ຜະລິດ​ຕະພັນກະ​ເສດ”.

        ງານ​ຕະຫລາດນັດ​ຈະ​ດຳ​ເນີນ​ແຕ່​ ວັນ​ທີ 01/10 ​ເຖິງ ວັນ​ທີ 05/10.

ຂ່າວ/ບົດ​ອື່ນ