ພາບປະກອບ
|
(vovworld) - ວັນທີ 21/6, ສເກົາຫຼີຮັບຮູ້ມີກໍລະນີຕິດເຊື້ອ ເມີສ (MERS) ຕື່ມອີກ 3 ຄົນ, ຍົກຈຳນວນຜູ້ຕິດ ເມີສ ຢູ່ປະເທດນີ້ຂື້ນ 169 ຄົນ, ແຕ່ບໍ່ມີຜູ້ເສຍຊີວິດຕື່ມອີກ. ປະຈຸບັນຈຳນວນຜູ້ເສຍຊີວິດຍ້ອນເຊື້ອພະຍາດ ເມີສ ຢູ່ ສເກົາຫຼີ ແມ່ນ 25 ຄົນ.
ປະຈຸບັນຈຳນວນຜູ້ຕິດເຊື້ອພະຍາດ ເມີສ ຢູ່ ສເກົາຫຼີ ພວມມີທ່າອ່ຽງຫຼຸດລົງ ແລະ ລັດຖະບານ ສເກົາຫຼີ ພວມສຸມໃສ່ທຸກກຳລັງ ກໍ່ຄືປະຕິບັດທຸກມາດຕະການເພື່ອຢຸດຕິເຊື້ອພະຍາດອັນຕະລາຍ. ໃນຂະນະນັ້ນວັນທີ 20/6, ກະຊວງສາທາລະນະສຸກໄທ ໃຫ້ຮູ້ວ່າ , ປະເທດນີ້ມີ 175 ຄົນມີໄພຕິດເຊື້ອພະຍາດ ເມີສ, ທາງກະຊວງສາທາລະນະສຸກໄດ້ແນະນຳໃຫ້ຜູ້ມີໄພຕິດເຊື້ອພະຍາດນີ້ທຸກຄົນແຍກອອກຈາກເຂດສາທາລະນະ ແລະ ໃຫ້ເຈົ້າໜ້າທີ່ການແພດຕິດຕາມອາການສຸຂະພາບ.