ເຊື່ອມ​ຈອດ​ຄົມ​ມະ​ນາ​ຄົມ, ສ້າງ​ກຳ​ລັງ​ໜູນ​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢູ່​ພາກ​ໃຕ້ ຫວຽດ​ນາມ

(VOVWORLD) - ກອງປະຊຸມສົນທະນາກ່ຽວກັບນະໂຍບາຍປີ 2024 ດ້ວຍຫົວຂໍ້ “ສ້າງກຳລັງໜູນໃຫ້ແກ່ການເຕີບໂຕແບບຍືນຍົງ, ຫັນປະສິດທິຜົນດ້ານເສດຖະກິດ, ເຕັກໂນໂລຢີ ແລະ ພະລັງງານໃຫ້ເປັນຢ່າງດີທີ່ສຸດ” ໄດ້ດຳເນີນໃນວັນທີ 18 ກັນຍາ ຢູ່ນະຄອນ ໂຮ່ຈີມິນ.
ເຊື່ອມ​ຈອດ​ຄົມ​ມະ​ນາ​ຄົມ, ສ້າງ​ກຳ​ລັງ​ໜູນ​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢູ່​ພາກ​ໃຕ້ ຫວຽດ​ນາມ - ảnh 1ກອງປະຊຸມສົນທະນາ (ພາບ: VOV)

ກ່າວຄຳເຫັນໃນກອງປະຊຸມສົນທະນາ, ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ ນະຄອນ ແລະ ບັນດາແຂວງພາກໃຕ້ ຫວຽດນາມ ພວມກະກຽມແຫຼ່ງກຳລັງເພື່ອດຶງດູດນັກລົງທຶນ ຕາມທິດຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ; ກຽມພ້ອມຮ່ວມມືກັບປະຊາຄົມວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI); ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກເພື່ອດຶງດູດບັນດານັກລົງທຶນຍຸດທະສາດ, ຍາວນານໃນຂົງເຂດເສດຖະກິດຈຸດສຸມທາງພາກໃຕ້ ຫວຽດນາມ. ທ່ານກ່າວວ່າ:

        “ໃນຊຸມປີມໍ່ໆມານີ້, ລັດຖະບານ ຫວຽດນາມ ໄດ້ລົງທຶນຢ່າງໃຫຍ່ຫຼວງແກການກໍ່ສ້າງເສັ້ນທາງຄວາມໄວສູງເຊື່ອມຈອດບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ໂດຍພື້ນຖານແມ່ນໄດ້ເຊື່ອມຈອດແລ້ວ ແຕ່ເສັ້ນທາງທີ່ໄດ້ຖືວ່າເປັນກະດູກສັນຫຼັງ, ແລະ ເສັ້ນທາງຍ່ອຍ ຍັງບໍ່ທັນພັດທະນາພໍປານໃດ. ລັດຖະບານ ກໍພວມມີທິດທາງລົງທຶນພັດທະນາເປີດກວ້າງ, ນັບທັງການພັດທະນາເສັ້ນທາງລົດໄຟຈາກນະຄອນ ໂຮ່ຈີມິນ ໄປຍັງ ເກີ່ນເທີ, ນີ້ແມ່ນບັນດາໂອກາດໃຫຍ່ຫຼວງເພື່ອລົງທຶນພັດທະນາໃນຂົງເຂດນີ້.”

        ໃນກອງປະຊຸມສົນທະນາ, ທ່ານ Nitin Kapoor, ຮອງປະທານສະຫະພັນເວທີປາໄສວິສາຫະກິດ ຫວຽດນາມ ຖືວ່າ ເພື່ອເພີ່ມທະວີການດຶງດູດນັກລົງທຶນແກ່ຂົງເຂດຫັນເປັນດີຈີຕອນ, ຫັນເປັນສີຂຽວ, ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ ຕ້ອງບຳລຸງສ້າງໄດ້ແຫຼ່ງຊັບພະຍາກອນມະນຸດນີ້ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຂອງບັນດານັກລົງທຶນ.


ຕອບກັບ

ຂ່າວ/ບົດ​ອື່ນ