ເຊື່ອມ​ຕໍ່​ການ​ແລກ​ປ່ຽນ​ດ້າ​ນ​ການ​ຄ້າ​ຫວຽດ​ນາມ-ລາວ-ໄທ

(VOVWORLD) - ທີ່ກອງປະຊຸມ, ບັນດາວິສາຫະກິດ ຫວຽດນາມ, ລາວ, ໄທ ໄດ້ເຊັນບົດບັນທຶກຄວາມຊ່ວຍຈຳວ່າດ້ວຍການຮ່ວມມືດຳເນີນທຸລະກິດ ລວມ 15 ສະບັບ.
ເຊື່ອມ​ຕໍ່​ການ​ແລກ​ປ່ຽນ​ດ້າ​ນ​ການ​ຄ້າ​ຫວຽດ​ນາມ-ລາວ-ໄທ - ảnh 1

 (ພາບ: VOV)

   ວັນທີ 7 ກໍລະກົດ, ຢູ່ແຂວງກວາງບິງ (ຫວຽດນາມ) ໄດ້ຈັດກອງປະຊຸມເຊື່ອມຕໍ່ການຄ້າ ສົ່ງເສີມການສົ່ງອອກສິນຄ້າລະຫວ່າງວິສາຫະກິດ 6 ແຂວງທາງທິດເໜືອພາກກາງ ຫວຽດນາມ ກັບວິສາຫະກິດນຳເຂົ້າສົ່ງອອກ ລາວ ແລະ ໄທ. ນະທີ່ນີ້, ບັນດານັກຄຸ້ມຄອງ, ອຳນາດການປົກຄອງທ້ອງຖິ່ນ, ບັນດາສະຫະບະມາຄົມ, ສະມາຄົມວິສາຫະກິດຂອງ 6 ແຂວງ ທາງທິດເໜືອພາກກາງ ຫວຽດນາມ ພ້ອມກັບບັນດາແຂວງຂອງລາວ ໄທ ໄດ້ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ, ໂອກາດເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນ, ບົດຮຽນປະສົບການໃນການປຸງແຕ່ງ, ສົ່ງເສີມການຄ້າ ແລະ ບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ; ການໜູນຊ່ວຍວິສາຫະກິດໃນການສົ່ງອອກນະເຂົ້າ, ສົ່ງສິນຄ້າຜ່ານດ່ານສາກົນລະຫວ່າງສາມປະເທດ.

   ທີ່ກອງປະຊຸມ, ບັນດາວິສາຫະກິດ ຫວຽດນາມ, ລາວ, ໄທ ໄດ້ເຊັນບົດບັນທຶກຄວາມຊ່ວຍຈຳວ່າດ້ວຍການຮ່ວມມືດຳເນີນທຸລະກິດ ລວມ 15 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ