ເຊື່ອມຕໍ່ຄືນໃໝ່ຖ້ຽວບິນການຄ້າຈາກ ສ.ເກົາຫຼີ ກັບມາ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ຖ້ຽວບິນໝາຍເລກທີ VN417 ບັນທຸກຜູ້ໂດຍສານກ່ວາ 100 ຄົນບິນຈາກສະໜາມບິນສາກົນ Incheon (ສ.ເກົາຫຼີ) ມາຍັງສະໜາມບິນສາກົນ ໂນ້ຍບ່າຍ (ຫວຽດນາມ), ໃນເວລາ 10 ໂມງ 05 ນາທີ (ຕາມເວລາ ເຊີອູນ) ຕອນເຊົ້າວັນທີ 25 ກັນຍາ. 

ນີ້ແມ່ນຖ້ຽວບິນການຄ້າຕາມປົກກະຕິທຳອິດທີ່ກັບມາ ຫວຽດນາມ ນັບແຕ່ເມື່ອຂະແໜງການບິນ ຫວຽດນາມ ຢຸດການເຄື່ອນໄຫວສຳລັບບັນດາສາຍການບິນສາກົນ ຍ້ອນໂລກລະບາດໂຄວິດ-19.

ເຊື່ອມຕໍ່ຄືນໃໝ່ຖ້ຽວບິນການຄ້າຈາກ ສ.ເກົາຫຼີ ກັບມາ ຫວຽດນາມ ຢ່າງເປັນທາງການ - ảnh 1ຜູ້ໂດຍສານແຈ້ງໜັງສືຢູ່ສະໜາມບິນ. ພາບ: TTXVN

        ຖ້ຽວບິນດັ່ງກ່າວແມ່ນຄວາມມານະພະຍາຍາມ “ຜ່ານຜ່າຄວາມຫຍຸ້ງຍາກດ້ວຍຕົນເອງ”, ມຸ່ງໄປເຖິງການຟື້ນຟູບັນດາສາຍການບິນສາກົນຂອງບໍລິສັດການບິນ Vietnam Airlines ກໍ່ຄືການບິນທົ່ວປະເທດ ໃນສະພາບການໂລກລະບາດໂຄວິດ-19 ພວມໄດ້ຮັບການຄວບຄຸມເປັນຢ່າງດີຢູ່ພາຍໃນປະເທດ ແລະ ຢູ່ຫລາຍປະເທດໃນໂລກ.

        ພາຍຫລັງກັບມາ ຫວຽດນາມ, ທັງຈຸບິນ ແລະ ຜູ້ໂດຍສານທັງໝົດໃນຖ້ຽວບິນດັ່ງກ່າວ ຈະໄດ້ກວດສຸຂະພາບ ແລະ ປະຕິບັດການແຍກຕົວຕາມການກຳນົດ.

        ແລະກໍ່ໃນວັນທີ 24 ກັນຍາ, ລັດຖະບານ ສ.ເກົາຫຼີ ປະກາດວ່າ ປະເທດນີ້ໄດ້ເຫັນດີເປັນເອກະພາບກັບ ຫວຽດນາມ ແລະ ລັດເຊຍ ແນໃສ່ເຊື່ອມຕໍ່ບາງຖ້ຽວບິນຄືນໃໝ່ ພາຍຫລັງຖືກໂຈະໄວ້ເປັນເວລາຫລາຍເດືອນ ຍ້ອນໂລກລະບາດໂຄວິດ-19 . ບັນດາຖ້ຽວບິນທີ່ເຊື່ອມຕໍ່ນະຄອນ Incheon ກັບບາງນະຄອນຂອງ ຫວຽດນາມ ແລະ ລັດເຊຍ ຈະເລີ່ມເດີນທາງໃນທ້າຍເດືອນ ກັນຍາ ນີ້ ແລະ ເດືອນ ຕຸລາ ຈະມາເຖິງ, ປະກອບສ່ວນ ໜູນຊ່ວຍບັນດານັກທຸລະກິດທີ່ປະສົບກັບຄວາມຫຍຸ້ງຍາກ ພາຍຫລັງການເຄື່ອນໄຫວການບິນສາກົນຖືກໂຈະໄວ້ເປັນເວລາຫລາຍເດືອນ.

        ສຳລັບ ຫວຽດນາມ ແລ້ວ, ບັນດາຖ້ຽວບິນທີ່ເຊື່ອມຕໍ່ລະຫວ່າງນະຄອນ Incheon ກັບນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ນັ້ນແມ່ນຈະເລີ່ມປະຕິບັດດ້ວຍ 2 ຖ້ຽວ/ອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ