ເຊື່ອມຕໍ່ຄວາມຮັກແພງໃນຄອບຄົວ ຫວຽດນາມ

ເຊື່ອມຕໍ່ຄວາມຮັກແພງໃນຄອບຄົວ ຫວຽດນາມ - ảnh 1
ພາບປະກອບ

(​vovworld) – ນັບ​ແຕ່​ວັນ​ທີ 23 – 28/6, ຢູ່ ຮ່າ​ໂນ້ຍ, ສູນ​ແມ່ຍິງ ​ແລະ ພັ​ດທະນາ ຂຶ້ນກັບ​ສະຫະພັນ​ແມ່ຍິງ ຫວຽດນາມ ຈັດ​ຕັ້ງ​ບັນດາ​ເຫດ​ການ​ທີ່​ມີ​ຫົວ​ຂໍ້​ວ່າ “​ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ​ໃນ​ຄອບຄົວ ຫວຽດນາມ”. ຕອບ​ສະໜອງ​ປີ​ຄອບຄົວ ຫວຽດນາມ 2013 ​ແລະ ວັນຄອບຄົວ ຫວຽດນາມ (28/6), “​ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ​ໃນ​ຄອບຄົວ ຫວຽດນາມ” ລວມມີ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​ຄື: ກອງ​ປະຊຸມ​ສຳ​ມະ​ນາ “ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ໃນ​ຄອບຄົວ​” ​ແລະ ຄຳ່​ຄືນ​ສະ​ແດງສິລະ​ປະ “ຄອບຄົວ​ທີ່​ຮັກ​ແພງ” ​ຖືກ​ຈັດ​ຂຶ້ນໃນ​ວັນ​ທີ 27/6, ງານ​ວາງສະ​ແດງ “​ແບ່ງປັນ” ​ແນ​ະນຳ​ບັນດາຈຸດ​ພິ​ເສດ​ທີ່​ຫາ​ກໍ່​ຄົ້ນ​ພົບ​ກ່ຽວ​ກັບ​ແບບ​ວິທີ, ກໍລະນີ ​ໃຊ້​ຄວາມ​ຮຸ້ນ​ແຮງ​ທາງ​ເພດ. ຜ່ານ​​ໄລຍະ 6 ປີ​ແຫ່ງ​ການ​ເປີດ​ປະຕູ ​ແລະ ​ເຄື່ອນ​ໄຫວ​ຮູບ​ແບບ ເຮືອນ​ສະຫງົບ​ສຸກ. ລາຍການ​ກໍ່​ແນະນຳ​ບັນດາ​ຮ້ານ​ວາງສະ​ແດງ​, ຂາຍ​ຜະລິດ​ຕະພັນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຍິງ ​ແລະ ​ເຮືອນ​ສະຫງົບ​ສຸກ.

ຂ່າວ/ບົດ​ອື່ນ