ເຊື່ອມຕໍ່ນັກຊ່ຽວຊານຊາວຫວຽດນາມອາໄສຢູ່ຕ່າງປະເທດຮັບໃຊ້ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງແລະເລີ່ນທຸລະກິດ
ທ່ານ ເຈີ່ນວັນຕຸ່ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
(ພາບ: tuoitre.vn)
(vovworld) - ວັນທີ 09/02, ຢູ່ນະຄອນໂຮ່ຈິມິນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງການຕ່າງປະເທດ, ສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ (VUSTA) ພ້ອມກັບສະມາຄົມຕິດຕໍ່ກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ALOV) ຈັດລາຍການພົບປະສັງສັນກັບນັກຊ່ຽວຊານປັນຍາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ “ເຊື່ອມຕໍ່ ແລະ ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງຫວຽດນາມ 2017”. ທີ່ພິທີ, ບັນດາຜູ້ແທນໄດ້ຊຸມໃສ່ແບ່ງປັນບົດຮຽນເລີ່ມທຸລະກິດບັນລຸຜົນສຳເລັດ, ບົດຮຽນໃນການເຊື່ອມຕໍ່ນັກຊ່ຽວຊານປັນຍາຊົນຊາວຫວຽດນາມ ຢູ່ຕ່າງປະເທດ ກັບບັນດາຄູ່ຮ່ວມມືຢູ່ພາຍໃນປະເທດ. ຜູ້ແທນຫຼາຍຄົນໄດ້ແບ່ງປັນຫຼາຍບົດຮຽນເພື່ອດຶງດູດ, ນຳໃຊ້ແຫຼ່ງກຳລັງຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີີ່ມີຄວາມເກັ່ງກ້າດ້ານວິທະຍາສາດເຕັກນິກ ເພື່ອແນໃສ່ຮັບໃຊ້ການພັດທະນາປະເທດຊາດ. ທ່ານ ເຈີ່ນວັນຕຸ່ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີຢືນຢັນວ່າ, ການດຶງດູດ, ປຸກລຸກຄວາມກະຕືລືລົ້ນ, ພູມປັນຍາຂອງປະຊາຄົມຊາວຫວຽດນາມ ໃນທົ່ວໂລກແມ່ນສຳຄັນທີ່ສຸດ, ໂດຍສະເພາະແມ່ນໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ເພື່ອເສີມຂະຫຍາຍກຳລັງແຮງຂອງຊາດຢ່າງສູງສຸດ, ນຳຫວຽດນາມ ກາຍເປັນປະເທດທັນສະໄໝ, ພັດທະນາຢ່າງໝັ້ນຄົງໂດຍໄວ.