ເຊື່ອມຕໍ່ວິສາຫະກິດສົ່ງອອກສິນຄ້າໄປຍັງຕະຫລາດຈີນ

(VOVWORLD) -ດ້ວຍເລື່ອງຍູ້ແຮງການລົງທຶນພື້ນຖານໂຄງລ່າງດ່ານຊາຍແດນ ແລະ ຄົມມະນາຄົມ, ເວລາຂົນສົ່ງສິນຄ້າໄດ້ຫລຸດຜ່ອນລົງ, ນັ້ນແມ່ນບັນດາເງື່ອນໄຂສະດວກເພື່ອຍູ້ແຮງການສົ່ງອອກຜະລິດຕະພັນກະເສດ, ໝາກໄມ້ສົດຈາກ ຫວຽດນາມ ໄປຍັງຈີນ. 

ເຊື່ອມຕໍ່ວິສາຫະກິດສົ່ງອອກສິນຄ້າໄປຍັງຕະຫລາດຈີນ - ảnh 1 ໝາກໄມ້ຂອງຫວຽດນາມສົ່ງອອກໄປຍັງຈີນ

ພາບ:viettimes.vn

ນີ້ແມ່ນການສັງເກດທີ່ໄດ້ຍົກອອກມາໃນກອງປະຊຸມເຊື່ອມຕໍ່ວິສາຫະກິດ ນຳເຂົ້າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງຫວຽດນາມ ກັບຕະຫລາດຈີນໂດຍກະຊວງອຸດສາຫະກຳ ການຄ້າ ແລະ ຄະນະກຳມະການປະຊາຊົນ ແຂວງ ກາວບັ່ງ ຈັດຕັ້ງໃນວັນທີ 16 ພຶດສະພາຢູ່ ກາວບັ່ງ. ກ່ຽວກັບການຮ່ວມມືລະຫວ່າງວິສາຫະກິດ ສອງຝ່າຍ ໃນໄລຍະຈະມາເຖິງ, ຜູ້ຕາງຫນ້າວິສາຫະກິດຈີນ ຈຳນວນຫນຶ່ງ ໃຫ້ຮູ້ວ່າ: ເຂົາເຈົ້າມີຄວາມສົນໃຈ ແລະ ຢາກນຳເຂົ້າໝາກໄມ້ສົດຢູ່ ຫວຽດນາມຄື: ໝາກມັງກອນ, ໝາກມ່ວງ, ໝາກລີ້ນຈີ່, ໝາກນາວບໍ່ມີແກ່ນ.. ທີ່ກອງປະຊຸມ, ບັນດາຜູ້ແທນສະເຫນີ ບັນດາທ້ອງຖິ່ນສ້າງເງື່ອນໄຂສະດວກເພື່ອສົ່ງເສີມວິສາຫະກິດ, ເປັນເຈົ້າການໃນການດັດປັບຈໍລະຈອນສິນຄ້ານຳເຂົ້າສົ່ງອອກຜ່ານບັນດາດ່ານຊາຍແດນໃຫ້ເໝາະສົມ ພ້ອມທັງຫນູນຊ່ວຍບັນດາວິສາຫະກິດຫວຽດນາມ ແລະຈີນ ເພີ່ມທະວີການຮ່ວມມື ແລະ ຮ່ວມສຳພັນ, ຈັດຕັ້ງລະບົບຈຳຫນ່າຍເຂົ້າເລິກຕະຫລາດພາຍໃນຂອງສອງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ