ເຊື່ອມໂຍງອາຊຽນໃນຂົງເຂດກໍ່ສ້າງວິຊາຊີບ-ກາລະໂອກາດແລະສິ່ງທ້າທາຍ

ເຊື່ອມໂຍງອາຊຽນໃນຂົງເຂດກໍ່ສ້າງວິຊາຊີບ-ກາລະໂອກາດແລະສິ່ງທ້າທາຍ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 18/01, ຢູ່​ຮ່າ​ໂນ້ຍ, ກົມ​ໃຫຍ່​ສອນ​ວິຊາ​ຊີບ, ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ​ເຊື່ອມ​ໂຍງ ອາ​ຊຽນ ​ໃນ​ຂົງ​ເຂດ​ກໍ່ສ້າງ​ວິຊາຊີບ - ກາລະ​ໂອກາດ ​ແລະ ສິ່ງ​ທ້າທາຍ. ກອງ​ປະຊຸມ​ສຳ​ມະ​ນາ​ໃຫ້​ຂໍ້​ສັງ​ເກດ​ວ່າ ວັນ​ທີ 31/12/2015, ກຸ່ມ ອາ​ຊຽນ ​ໄດ້​ສ້າງ​ຕັ້ງ​ເປັນ​ສະມາຄົມ “​ເປັນ​ເອກະ​ພາບ​ໃນ​ຫລາຍ​ຮູບ​ຫລາຍ​ແບບ”, ດ້ວຍ 3 ​ເສົາ​ຄ້ຳ​ຕົ້ນຕໍ​ແມ່ນ ປະຊາ​ຄົມການ​ເມືອງ - ຄວາມ​ໝັ້ນຄົງ (APSC); ປະຊາ​ຄົມ ​ເສດຖະກິດ (AEC) ​ແລະ ປະຊາ​ຄົມ​ວັດທະນະທຳ - ສັງຄົມ (ASCC). ດ້ວຍ​ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາຊຽນ, ການ​ກໍ່ສ້າງ​ວິຊາຊີບ​ກໍ່​ຄື​ຫລາຍ​ຂົງ​ເຂດ​ອື່ນໆ​ຢູ່ ຫວຽດນາມ ຈະ​ມີ​ກາລະ​ໂອກາດ​ສະດວກ​ຫລາຍ​ຢ່າງ​ກ່ວາ ​ເພື່ອ​ພັດທະນາ ພ້ອມ​ທັງ​ກໍ່​ຕ້ອງປະ​ເຊີນ​ໜ້າ​ກັບສິ່ງ​ທ້າ​ທາຍ ​ແລະ ຄວາມ​ຫຍຸ້ງ​ຍາກຫລາຍ​ຢ່າງ. ຕາມ​ຜູ້​ແທນ​ຫລາຍ​ທ່ານ​ແລ້ວ, ​ເພື່ອ​ກະກຽມ​ມຸ່ງ​ໄປ​ເຖິງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ ອາ​ຊຽນ, ສາກົນ​ໄລຍະ 2016 – 2020, ການ​ສຶກສາ​ກໍ່ສ້າງ​ວິຊາຊີບ ຫວຽດນາມ ຄວນ​ກໍ່ສ້າງ​​ໃໝ່​ລະດັບວິທະຍາ​ໄລ, ອາຊີວະຊັ້ນ​ກາງ…

ຂ່າວ/ບົດ​ອື່ນ