ເຊື້ອໄວຣັດ Corona: WHO ບໍ່ອອກຖະແຫຼງປະກາດສະພາວະສຸກເສີນທາງດ້ານສາທາລະນະສຸກປະຊາຄົມມີຂອບຂະໜາດສາກົນ

(VOVWORLD) -ວັນທີ 23 ມັງກອນ, ຄະນະກຳມະການສຸກເສີນຂອງອົງການອະນາໄມໂລກ (WHO) ຖະແຫຼງວ່າ ຍັງໄວເກີນໄປທີ່ຈະຖືໂລກລະບາດຍ້ອນເຊື້ອໄວຣັດ Corona ກໍ່ຂຶ້ນແມ່ນສະພາວະສຸກເສີນດ້ານສາທາລະນະສຸກປະຊາຄົມຢູ່ໃນລະດັບສາກົນ.

ເຊື້ອໄວຣັດ Corona: WHO ບໍ່ອອກຖະແຫຼງປະກາດສະພາວະສຸກເສີນທາງດ້ານສາທາລະນະສຸກປະຊາຄົມມີຂອບຂະໜາດສາກົນ - ảnh 1

ມີ 830 ກໍລະນີໄດ້ຢັ້ງຢືນວ່າຖືກຕິດໂລກປອດອັກເສບຍ້ອນຕິດເຊື້ອໄວຣັດສາຍພັນໃໝ່ corona ຢູ່ 29 ເຂດຂັ້ນແຂວງຢູ່ຈີນ 

(ພາບປະກອບ: FOREIGN POLICY)

ພາຍຫຼັງດຳເນີນກອງປະຊຸມເປັນເວລາ 2 ວັນ ຢູ່ນະຄອນເຊີແນວ, ປະເທດສະວິດ, ວັນທີ 23 ມັງກອນ, ຄະນະກຳມະການສຸກເສີນຂອງອົງການອະນາໄມໂລກ (WHO) ຖະແຫຼງວ່າ ຍັງໄວເກີນໄປທີ່ຈະຖືໂລກລະບາດຍ້ອນເຊື້ອໄວຣັດ Corona ກໍ່ຂຶ້ນແມ່ນສະພາວະສຸກເສີນດ້ານສາທາລະນະສຸກປະຊາຄົມຢູ່ໃນລະດັບສາກົນ. ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ເນັ້ນໜັກວ່າ, WHO ບໍ່ອອກຖະແຫຼງປະກາດສະພາວະສຸກເສີນສາກົນດ້ານສາທາລະນະສຸກໃນປະຊາຄົມ. ເຖິງວ່ານີ້ແມ່ນກໍ່ລະນີສຸກເສີນຢູ່ຈີນ ແຕ່ຍັງບໍ່ທັນແມ່ນກໍລະນີສຸກເສີນກ່ຽວກັບສຸກຂະພາບທົ່ວໂລກເທື່ອ. ປະຈຸບັນ, ອົງການ WHO ບໍ່ຍົກອອກບໍ່ວ່າຂໍ້ສະເໜີໃດໆທີ່ກວ້າງໃຫຍ່ກວ່າການຈຳກັດການໄປມາ ຫຼື ດ້ານການຄ້າ.

          ໃນຂະນະນັ້ນ, ວັນທີ 24 ມັງກອນ, ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນ ແຈ້ງໃຫ້ຊາບວ່າ, ໄລ່ຮອດວັນທີ 23 ມັງກອນ, ມີ 830 ກໍລະນີໄດ້ຢັ້ງຢືນວ່າຖືກຕິດໂລກປອດອັກເສບຍ້ອນຕິດເຊື້ອໄວຣັດສາຍພັນໃໝ່ corona ຢູ່ 29 ເຂດຂັ້ນແຂວງຢູ່ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ