(vovworld) – ວັນທີ 9/5, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ສົມທົບກັບກຳມາທິການວັດທະນະທຳສຶກສາຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາປະກາດໝາກຜົນຂອງການຮັບເອົາຄຳເຫັນປະກອບຂອງເດັກນ້ອຍເພື່ອປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາອົບຮົມເດັກນ້ອຍ. ການສຳຫຼວດ, ຮັບເອົາຄຳເຫັນປະກອບຂອງເດັກນ້ອຍໄດ້ປະຕິບັດແຕ່ວັນທີ 15/7 ຫາວັນທີ 15/9/2012. ມີເດັກນ້ອຍກ່ວາ 34.000 ຄົນໃນເກັ່ນອາຍຸແຕ່ 11 – 18 ປີເຂົ້າຮ່ວມການຕອບຄຳຖາມ. ນີ້ເປັນຄັ້ງທຳອິດທີ່ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈັດຕັ້ງການຮັບເອົາຄຳເຫັນຂອງເດັກນ້ອຍເພື່ອປັບປຸງກົດໝາຍວ່າດ້ວຍການປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາອົບຮົມເດັກນ້ອຍປີ 2004 ຢ່າງຮອບດ້ານ ໃຫ້ສອດຄ່ອງກັບສົນທິສັນຍາສາກົນ ແລະ ສະພາບການຕົວຈິງ. ບັນດາຄຳເຫັນທີ່ກອງປະຊຸມສຳມະນາຈະໄດ້ຮັບການລວບລວມຈາກກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເພື່ອ ຍື່ນສະເໜີຕໍ່ຄະນະປັບປຸງກົດໝາຍ ເພື່ອເພີ່ມເຕີມ ແລະ ຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນທ້າຍປີ 2015. ທ່ານ ດວານເມົ້າຢ້ຽບ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:
“ເດັກນ້ອຍຍັງບໍ່ທັນມີອົງການຕາງໜ້າຂອງຕົນ, ດັ່ງນັ້ນ, ການປະກອບຄຳເຫັນນີ້ແມ່ນເພື່ອເສີມຂະຫຍາຍ ແລະ ຊຸກຍູ້ການປະຕິບັດສິດທິເດັກນ້ອຍເປັນຢ່າງດີທີ່ສຸດ, ພິເສດແມ່ນສິດປະກອບຄຳເຫັນຂອງຕົນ. ການປະກອບຄຳເຫັນນີ້ແມ່ນໂອກາດເພື່ອໃຫ້ເດັກນ້ອຍມີສຽງເວົ້າຂອງຕົນ ແລະ ໄດ້ເຂົ້າຮ່ວມໂດຍກົງ, ເພື່ອສະແດງຄວາມຫວັງຂອງຕົນເຂົ້າໃນວິວັດການສ້າງນະໂຍບາຍ, ກົດໝາຍ”