ເດືອນ 01: ການສົ່ງອອກ ຂອງຫວຽດນາມ ໄປຍັງອາເມລິກາ ບັນລຸວົງເງິນການຄ້າສູງສຸດ
(ພາບປະກອບ)
(vovworld) – ອາເມລິກາ ສືບຕໍ່ແມ່ນຕະຫຼາດສົ່ງອອກອັນດັງໜຶ່ງຂອງຫວຽດນາມ, ດ້ວຍວົງເງິນສົ່ງອອກໃນເດືອນ 01/2015 ຄາດວ່າບັນລຸ 2,6 ຕື້ USD, ເພີ່ມຂຶ້ນ 12% ເມື່ອທຽບໄສ່ໄລຍະດຽວກັນຂອງປີ 2014. ຖັດຈາກນັ້ນແມ່ນ EU ບັນລຸ 2,4 ຕື້ USD, ເພີ່ມຂຶ້ນ 10,5%. ການສົ່ງອອກຂອງຫວຽດນາມ ໄປຍັງອາຊຽນ ບັນລຸ 1,5 ຕື້ USD ເພີ່ມຂຶ້ນ 3,7%.
ກ່ຽວກັບສິນຄ້າສົ່ງອອກ, ຜະລິດຕະພັນທີ່ບັນລຸວົງເງິນການຄ້າສູງກວ່າໝູ່ໃນເດືອນ 01 ແມ່ນ ເຄື່ອງເອເລັກໂຕນິກ, ກອມພິວເຕີ ແລະ ເຄື່ອງອາໄຫຼ່ເອເລັກໂຕນິກ ເພີ່ມຂຶ້ນ 62,2%.
ກ່ຽວກັບຜະລິດຕະພັນນຳເຂົ້າ, ຈີນຍັງແມ່ນຕະຫຼາດນຳເຂົ້າຫຼາຍກວ່າໝູ່ຂອງຫວຽດນາມ ຄາດວ່າບັນລຸວົງເງິນ 4,2 ຕື້ USD, ເພີ່ມຂຶ້ນແຮງ ດ້ວຍລະດັບ 47,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2014.