ເດືອນ ພະຈິກ 2019, ນັກທ່ອງທ່ຽວມາຫວຽດນາມ ຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ

(VOVWORLD) -ເດືອນ ພະຈິກ 2019, ຂະແໜງທ່ອງທ່ຽວຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 1,8 ລ້ານເທື່ອຄົນ, ສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.
ເດືອນ ພະຈິກ 2019, ນັກທ່ອງທ່ຽວມາຫວຽດນາມ ຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ - ảnh 1(ພາບປະກອບ: baodulich)

ປີ 2019, ຂະແໜງທ່ອງທ່ຽວຫວຽດນາມ ໄດ້ວາງອອກຄາດໝາຍຕ້ອນຮັບນັກທ່ອງທ່ຽວສາກົນຈາກ 17,5 ລ້ານ ຫາ 18 ລ້ານເທື່ອຄົນ.

        ທ່ານນາຍົກລັດຖະມົນຕີຫວຽດນາມ ກໍ່ໄດ້ອະນຸມັດຜ່ານ “ຍຸດທະສາດພັດທະນາທ່ອງທ່ຽວຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2050”. ຕາມນັ້ນແລ້ວ, ຮອດປີ 2030, ຂະແໜງທ່ອງທ່ຽວຫວຽດນາມ ຈະກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທ້ຈິງ, ມີກຳລັງແກ່ງແຍ້ງສູງ. ຫວຽດນາມ ຈະກາຍເປັນສະຖານທີ່ດູດດື່ມທີ່ສຸດ, ນອນໃນກຸ່ມປະເທດພັດທະນາການທ່ອງທ່ຽວແຖວໜ້າຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຮັບໃຊ້ນັກທ່ອງທ່ຽວສາກົນ 47 ລ້ານເທື່ອຄົນ, ນັກທ່ອງທ່ຽວຢູ່ພາຍໃນປະເທດ 130 ລ້ານເທື່ອຄົນ, ຍອດລາຍຮັບປະມານ 2.400 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ