ເດືອນມະນຸດສະທຳປີ 2022: ຜັນຂະຫຍາຍບັນດາການເຄື່ອນໄຫວຈຸດສຸມ

(VOVWORLD) -ເດືອນມະນຸດສະທຳປີ 2022 ດ້ວຍຫົວຂໍ້ “ຕິດພັນປະຊາຄົມ - ແຜ່ຂະຫຍາຍການກະທຳເມດຕາປານີ”
ເດືອນມະນຸດສະທຳປີ 2022: ຜັນຂະຫຍາຍບັນດາການເຄື່ອນໄຫວຈຸດສຸມ - ảnh 1(ທ່ານນາງ ບຸຍທິຮ່ວາ, ປະທານສະພາກາແດງຫວຽດນາມ ກ່າວຄຳເຫັນທີ່ການຖະແຫຼງຂ່າວ)

ເດືອນມະນຸດສະທຳປີ 2022 ທີ່ຜັນຂະຫຍາຍໃນເດືອນ ພຶດສະພາ, ດ້ວຍບັນດາການເຄື່ອນໄຫວຈຸດສຸມໜູນຊ່ວຍປະຊາຊົນມີ່ປະສົບກັບຄວາມຫຍຸ້ງຍາກຈະດຳເນີນແຕ່ວັນທີ 08 – 19 ພຶດສະພາ. ທີ່ການປະຊຸມຖະແຫຼງຂ່າວເຊິ່ງດຳເນີນໃນຕອນເຊົ້າວັນທີ 25 ເມສາ, ຢູ່ຮ່າໂນ້ຍ, ສະພາດາແດງ ຫວຽດນາມ ໃຫ້ຮູ້ວ່າ: ເດືອນມະນຸດສະທຳປີ 2022 ດ້ວຍຫົວຂໍ້ “ຕິດພັນປະຊາຄົມ - ແຜ່ຂະຫຍາຍການກະທຳເມດຕາປານີ” ລວມມີການເຄື່ອນໄຫວແທດຈິງຫຼາຍຢ່າງ ເພື່ອແນໃສ່ໜູນຊ່ວຍປະຊາຊົນ, ຊ່ວຍເຫຼືອປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ. ໃນນັ້ນ, ການເຄື່ອນໄຫວເປີດສາກແມ່ນພິທີປຸກລະດົມ ເດືອນມະນຸດສະທຳປີ 2022 ເຊິ່ງຈະດຳເນີນໃນວັນທີ 28 ເມສາ ຈະມາເຖິງຢູ່ແຂວງ ເທື່ອທຽນ-ເຫວ. ທ່ານນາງ ບຸຍທິຮ່ວາ, ປະທານສະພາກາແດງຫວຽດນາມ ໃຫ້ຮູ້ວ່າ:

        “ເປົ້າໝາຍຂອງ ເດືອນມະນຸດສະທຳປີ 2022 ແມ່ນທົ່ວສະພາກາແດງສູ້ຊົນລະດົມແຫຼ່ງເງິນໃຫ້ໄດ້ 400 ຕື້ດົ່ງ ເພື່ອໜູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກ 1 ລ້ານຄົນ. ພວກຂ້າພະເຈົ້າປາດຖະໜາວ່າ ບັນດາການເຄື່ອນໄຫວມະນຸດສະທຳຂອງພວກເຮົາກ່ຽວກັບບັນດາເປົ້າໝາຍຍຸດທະສາດຂອງປະເທດຊາດໃນການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຈິດໃຈດັ່ງກ່າວແມ່ນຈະແຜ່ຂະຫຍາຍເຖິງສະມາຊິກໃນສັງຄົມທັງໝົດ.”

ຕອບກັບ

ຂ່າວ/ບົດ​ອື່ນ