ເບິ່ງແຍງດູແລຜູ້ ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ ແມ່ນວຽກງານ ຍາວນານ, ສຳຄັນ ແລະ ຮີບດ່ວນ

ເບິ່ງແຍງດູແລຜູ້ ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ ແມ່ນວຽກງານ ຍາວນານ, ສຳຄັນ ແລະ ຮີບດ່ວນ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: cpv.org.vn)


(vovworld) - ກອງ​ປະຊຸມ​ໃຫຍ່​ຜູ້​​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 3 ສະມາຄົມ​​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມດິີໂອ​ຊີ​ນຫວຽດນາມ ​ໄດ້ດຳ​ເນີນ​ໃນ​ວັນ​ທີ 24/12, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກ​ອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ​ ຖື​ວ່າ: ​ເລື່ອງ​​ແກ້​ໄຂ​ຜົນ​ຮ້າຍ​ຍ້ອນ​ຫຼັງຈາກ​ທາດ​ພິດ​​ເຄມີ​ດີ​​ໂອຊີ​ນ; ວຽກ​ງານ​ເບິ່ງ​ແຍງດູ​ແລ, ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອຊີນ ​ແມ່ນ​​ຍາວນານ​, ສຳຄັນ ​ແລ​ະ ຮີບ​ດ່ວນ. ​ໃນ​ນັ້ນ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມດີ​ໂດ​ຊີ​ນຫວຽດນາມ ມີ​ບົດບາດທີ່​ຕັ້ງ ສຳຄັນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກດາມ ສະ​ເໜີ​ໃຫ້ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມດີ​ໂດ​ຊີ​ນ ຫວຽດນາມ (VAVA) ຕ້ອງ​ປ່ຽນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ, ປະຕິບັດ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ຜູ້​ປະສົບ​ເຄາະ​ຮ້າຍ​ກັບ​ປະຊາ​ຄົມ​ເປັນ​ຢ່າງ​ດີ; ປະກອບສ່ວນ​ພ້ອມ​ກັບ​ພັກ, ລັດ, ລະບົບ​ການ​ເມືອງ ​ແລະ ປະຊາຊົນ​ເບິ່ງ​ແຍງ​ດູ​ແລ, ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະຮ້າ​ຍ. VAVA ສົມທົບ​ການ​ເຄື່ອນ​ໄຫວ​ກັບ​ທຸກ​ຂັ້ນ, ​ທຸກຂະ​ແໜງການ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ກັບສາກົນ; ຢືດໝັ້ນ​ຕໍ່ສູ້​ຍາດ​ເອົາ​ຄວາມ​ຍຸຕິ​ທຳ​ມາ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມດີ​ໂອ​ຊີ​ນຫວຽດນາມ.
ກ່ອນໜ້ານັ້ນ,ຕອນ​ບ່າຍ​ວັນ​ທີ 23/12, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ໃຫ້ການ​ຕ້ອນຮັບ​ບັນດາ​ຜູ້​ທີ່​ປຶກສາ, ຜູ້ຕາງໜ້າ​ການ​ຄ້າ ຫວຽດນາມ ຢູ່​ຕ່າງປະ​ເທດ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ຜູ້​ທີ່​ປຶກສາ​ດ້ານ​ການ​ຄ້າ ຫວຽດນາມ​ 2013. ກ່າວ​ຄຳ​ເຫັນ​ທີ່​ກາ​ນພົບ​ປະ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກວ່າ​ໜ້າ​ທີ່​ທຳ​ອິດ ​ແລະ ສຳຄັນ​ທີ່​ສຸດ​ຂອງ​ບັນດາ​ຜູ້​ທີ່​ປຶກສາ, ຜູ້ຕາງໜ້າ​ດ້ານ​ການ​ຄ້າ, ຫົວໜ້າ​ສາຂາ​ອົງການ​ການ​ຄ້າ ຫວຽດນາມ ຢູ່​ຕ່າງປະ​ເທດ​ແມ່ນ​ສືບ​ຕໍ່​ມານະ​ພະຍາຍາມ​ປະຕິບັດ​ໜ້າ​ທີ່​ໄດ້ຮັບ​ມອບ​ໝາຍ, ພິ​ເສດ​ແມ່ນ​ໜ້າ​ທີ່​ເປີດ​ກ້ວາງ​ຕະຫຼາດ, ​ເພີ່ມ​ທະວີ​ການ​ສົ່ງ​ອອກຂຶ້ນ​ລະດັບ 2 ຕົວ​ເລກ​ໃນ​ປີ 2014 ​ເພື່ອ​ປະກອບສ່ວນ​ໃຫ້​ແກ່​ການ​ເຕີບ​ໂຕ GDP, ພັດທະນາ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິ​ດຢູ່​ບັນດາເຂດອຸດສາຫະກຳ​​, ກະສິກຳ, ບໍລິການ. ພ້​ອມກັນ​ນັ້ນ, ບັນດາ​ຜູ້​ທີ່​ປຶກສາ​ຄວນ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຈລະຈາ​ບັນດາ​ສັນຍາ​ການ​ຄ້າ 2 ຝ່າຍ, ພາກ​ພື້ນ ​ແລະ ຫຼາຍ​ຝ່າຍ, ສະ​ເໜີ​ນະ​ໂຍບາຍ​ກ່ຽວ​ກັບປະ​ເພດ​ສິນຄ້າ​ລະ​ອຽດ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຄົງ​ຄ້າງ​ສຳລັບ​ແຕ່ລະ​ປະ​ເພດ​ສິນຄ້າ ​ແລະ ມີ​ມາດ​ຕະການ​ຕໍ່ສູ້​ຢ່າງ​ທັນ​ການກັບ​ບັນດາ​ມາດ​ຕະການ​ອາລັກ​ຂາ​ການ​ຄ້າ​ຂອງ​ບັນດາ​ປະ​ເທດ, ຈາກ​ນັ້ນ​ປະກອບສ່ວນ​​ເຂົ້າ​ໃນ​ການ​ພັດທະນາ​ການ​ຜະລິດ​ພາຍ​ໃນ​ປະ​ເທດ.

 

ຂ່າວ/ບົດ​ອື່ນ