(ພາບປະກອບ)
(vovworld) - ວັນທີ 31/05, ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ໄດ້ເຊັນບົດບັນຍັດຮັບຮອງເອົາສັນຍາການຄ້າເສລີ (FTA) ລະຫວ່າງສະຫະພັນເສດຖະກິດ ອາຊີ - ເອີລົບ (EAEU - ລວມມີ ລັດເຊຍ, ເບລາຣຸດ, ກາຊັກສະຖານ, ອາກເມເນຍ, ກຽກກິດສະຖານ) ແລະ ຫວຽດນາມ. ກ່ອນໜ້ານັ້ນ, ວັນທີ 25/05 ສະພາຕ່ຳ ເບລາຣຸດ ໃຫ້ສັດຕະຍາບັນຂໍ້ຕົກລົງດັ່ງກ່າວ. ທ່ານ Alexander Mikhnevic ຮອງລັດຖະມົນຕີຜູ້ທີ 1 ກະຊວງການຕ່າງປະເທດ ເບລາຣຸດ ເນັ້ນໜັກວ່າ: ເລື່ອງໃຫ້ສັດຕະຍາບັນ ແລະ ປະຕິບັດ FTA ດັ່ງກ່າວ ຈະປະກອບສ່ວນຊຸກຍູ້ການຮ່ວມມືເສດຖະກິດ - ການຄ້າລະຫວ່າງ ເບລາຣຸດ ແລະ ຫວຽດນາມ, ປັບປຸງທີ່ຕັ້ງ ແລະ ຫັນສິນຄ້າສົ່ງອອກຂອງ ເບລາຣຸດ ເປັນຫລາຍຮູບຫລາຍແບບໃນຕະຫລາດ ຫວຽດນາມ.
ນິ້ແມ່ນ FTA ສະບັບທຳອິດລະຫວ່າງ EAEU ກັບຄູ່ຮ່ວມມືທີ 3. ສັນຍານີ້ ໄດ້ຮັບການລົງນາມຢູ່ Burabay ປະເທດກາຊັກສະຖານ ເມື່ອວັນທີ 29/05/2015 ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ຝ່າຍ.