ເປີດງານບຸນຫວຽດນາມ - ຍີ່ປຸ່ນ 2016
ງານບຸນຫວຽດນາມ - ຍີ່ປຸ່ນ 2016
(ພາບອິນເຕີແນັດ)
(vovworld) - ຕອນຄຳ່ວັນທີ 11/11, ລາຍການພົບປະແລກປ່ຽນວັດທະນະທຳ ແລະ ການຄ້າ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 2 ປີ 2016 ໄດ້ເປີດຢູ່ນະຄອນ ເກິ່ນເທີ. ງານບຸນຫວຽດນາມ - ຍີ່ປຸ່ນ ຈະດຳເນີນແຕ່ວັນທີ 11-13/11, ໂດຍມີ 70 ຮ້ານວາງສະແດງສິນຄ້າ, ໃນນັ້ນມີ 20 ຮ້ານແມ່ນຂອງວິສາຫະກິດ ຍີ່ປຸ່ນທີ່ຂຶ້ນກັບຂົງເຂດ: ກະສິກຳ, ສິນໃນນ້ຳ, ອຸດສາຫະກຳ, ອຸດສາຫະກຳສຳຮອງ ແລະ ບັນດາການບໍລິການອື່ນໆ. ນອກນັ້ນຍັງມີລາຍການສະແດງສິລະປະວັດທະນະທຳ, ກອງປະຊຸມສຳມະນາເຊື່ອມຕໍ່ດ້ານການຄ້າລະຫວ່າງວິສາຫະກິດ ຍີ່ປຸ່ນ ແລະ ບັນດາວິສາຫະກິດ ຫວຽດນາມ. ທ່ານ ເຈືອງກວາງຫາຍນາມ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິ່ນເທີ, ໃຫ້ຮູ້ວ່າ:
“ວັດທະນະທຳໄດ້ຮັບຖືວ່າແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ທັງແມ່ນຈຸດໝາຍ, ທັງແມ່ນກຳລັງໜູນເພື່ອຊຸກຍູ້ການພັດທະນາເສດຖະກິດສັງຄົມ. ການພົບປະແລກປ່ຽນວັດທະນະທຳຈະປະກອບສ່ວນຮັກສາຄຸນຄ່າວັດທະນະທຳ ແລະ ສີສັນຊາດ, ພ້ອມທັງປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ປັບປຸງນ້ຳໃຈມິດຕະພາບລະຫວ່າງຊາດຕ່າງໆ, ແມ່ນກຳລັງໜຸນເພື່ອພັດທະນາການພົວພັນດ້ານເສດຖະກິດການຄ້າລະຫວ່າງປະເທດຕ່າງໆ. ງານບຸນຫວຽດນາມ - ຍີ່ປຸ່ນ ຄັ້ງນີ້ຈະສ້າງໂອກາດໃຫ້ປະຊາຊົນນະຄອນ ເກິ່ນເທີ ຊອກຮູ້ວັດທະນະທຳຂອງ ຍີ່ປຸ່ນ ແລະ ແນະນຳໃຫ້ເພື່ອນມິດ ຍີ່ປຸ່ນໄດ້ຮັບຊາບກ່ຽວກັບວັດທະນະທຳອັນດີງາມຂອງ ເກິ່ນເທີ ເວົ້າສະເພາະ ແລະ ວັດທະນະທຳ ຫວຽດນາມ ເວົ້າລວມ, ຈາກນັ້ນຈະປະກອບສ່ວນຊຸກຍູ້ດ້ານການຄ້າ ແລະ ການລົງທຶນ“.