ເປີດຕົວສະຫະສະມາຄົມວິສາຫະກິດວິທະຍາສາດແລະເຕັກໂນໂລຊີຫວຽດນາມ
(VOVWORLD) -ຕອນເຊົ້າວັນທີ 5 ຕຸລາ ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີເປີດຕົວສະຫະສະມາຄົມວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ.
ພິທີເປີດຕົວສະຫະສະມາຄົມວິສາຫະກິດວິທະຍາສາດແລະເຕັກໂນໂລຊີ ຫວຽດນາມ ; ພາບ: (thegioitiepthi.vn) |
ກ່າວຄຳເຫັນນະພິທີ, ທ່ານ ຟານຊວນຢູງ ຫົວຫນ້າກຳມາທິການວິທະຍາສາດ ແລະເຕັກໂນໂລຊີ ຂອງສະພາແຫ່ງຊາດຫວຽດນາມ ໄດ້ເນັ້ນຫນັກວ່າ:
“ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຊີເປັນສຳຄັນ, ຖືວິທະຍາສາດເຕັກໂນໂລຊີ ພ້ອມກັບການສຶກສາ ບຳລຸງສ້າງ ແມ່ນລັດຖະນະໂຍບາຍແຖວຫນ້າ, ຖືການພັດທະນາວິທະຍາສາດເຕັກໂນໂລຊີແມ່ນກຳລັງຫນູນແຫ່ງການພັດທະນາເສດຖະກິດ, ສັງຄົມ. ຂ້າພະເຈົ້າເຊື່ອໝັ້ນວ່າ ສະຫະສະມາຄົມວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມແມ່ນຂົວຕໍ່ທີ່ດີ ແລະ ນັບມື້ນັບພັດທະນາບົດບາດຂອງຕົນເພື່ອໃຫ້ວິທະຍາສາດເຕັກໂນໂລຊີເຂົ້າສູ່ຊີວິດຕົວຈິງ, ນຳຫວຽດນາມ ທັດທຽມກັບບັນດາປະເທດມະຫາອຳນາດໃນ 5 ທະວີບຄືດັ່ງຄວາມມຸ່ງມາດປາດຖະຫນາຂອງທ່ານປະທານໂຮ່ຈິມີນ.”