ເປີດຕົວເວັບໄຊພິເສດກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

(VOVWORLD) -  ຕອນເຊົ້າວັນທີ 03 ທັນວາ, ທີ່ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ ໄດ້ເປີດ ຕົວເວັບໄຊພິເສດ, ຫລາຍຮູບການ, ຫລາຍພາສາ, ເພື່ອຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ດ້ວຍລະຫັດ: http://daihoidang.vn.
ເປີດຕົວເວັບໄຊພິເສດກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1ພິທີເປີດຕົວເວັບໄຊພິເສດກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ 

        ກ່າວຄຳເຫັນທີ່ພິທີເປີດຕົວເວັບໄຊ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຢືນຢັນວ່າ ເວັບໄຊສະເພາະນີ້ ຈະແມ່ນຖານຂໍ້ມູນບັນທຶກບັນດາຂໍ້ມູນສຳຄັນທີ່ສຸດທີ່ກ່ຽວຂ້ອງເຖິງກອງປະຊຸມໃຫຍ່ພັກຄັ້ງຕ່າງໆທຸກຂັ້ນທັງໝົດ. ບັນດາຂໍ້ມູນຂ່າວສານດັ່ງກ່າວໄດ້ສະແດງດ້ວຍຫລາຍພາສາ ແລະ ບັນດາສຳນັກຂ່າວສານຂອງຕ່າງປະເທດສາມາດເພີ່ມທະວີການສົມທົບ, ແບ່ງປັນຂໍ້ມູນຂ່າວສານທາງການ ເພື່ອແຜ່ຂະຫຍາຍຢ່າງທັນການ, ຊັດເຈນ.

ຕອບກັບ

ຂ່າວ/ບົດ​ອື່ນ