ເປີດຕະຫຼາດພາຍໃນປະເທດສຳລັບຜະລິດຕະພັນປາຈາ ມຸ່ງໄປເຖິງການພັດທະນາແບບຍືນຍົງ

(VOVWORLD) -ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດຕັ້ງການເຊື່ອມຕໍ່ “ການຜະລິດ - ຈຳໜ່າຍບັນດາຜະລິດຕະພັນປາຈາ ຢູ່ພາຍໃນປະເທດ”.
ເປີດຕະຫຼາດພາຍໃນປະເທດສຳລັບຜະລິດຕະພັນປາຈາ ມຸ່ງໄປເຖິງການພັດທະນາແບບຍືນຍົງ - ảnh 1(ພາບປະກອບ: TTXVN)

ວັນທີ 09 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດຕັ້ງການເຊື່ອມຕໍ່ “ການຜະລິດ - ຈຳໜ່າຍບັນດາຜະລິດຕະພັນປາຈາ ຢູ່ພາຍໃນປະເທດ”. ນີ້ແມ່ນເຫດການເພື່ອແນໃສ່ແນະນຳ, ໂຄສະນາ, ຊຸກຍູ້ການຈຳໜ່າຍບັນດາຜະລິດຕະພັນປາຈາ ໃຫ້ແກ່ຕະຫຼາດຢູ່ພາຍໃນປະເທດ.

        ກ່າວຄຳເຫັນທີ່ລາຍການ, ທ່ານ ຫງວຽນຊວັນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຖືວ່າ, ເຫດການດັ່ງກ່າວໄດ້ຮັບການຈັດຕັ້ງ ແມ່ນມີຄວາມໝາຍສຳຄັນ ບໍ່ພຽງແຕ່ມຸ່ງໄປເຖິງ “ເປົ້າໝາຍຄວບຄູ່” ນອກຈາກການເປີດກວ້າງການສົ່ງອອກສຳລັບຕະຫຼາດຢູ່ພາຍໃນປະເທດດ້ວຍຈຳນວນປະຊາກອນ 100 ລ້ານຄົນເທົ່ານັ້ນ, ຫາກຍັງສ້າງພື້ນຖານໃຫ້ແກ່ຂະແໜງປາຈາພັດທະນາແບບຍືນຍົງໃນໄລຍະຈະມາເຖິງ. ສຳລັບຕະຫຼາດພາຍໃນປະເທດຄືໃນປະຈຸບັນ, ບັນດາວິສາຫະກິດຕ້ອງມີການປ່ຽນແປງໃໝ່ ແລະ ຫັນບັນດາຜະລິດຕະພັນເປັນຫຼາຍຮູບຫຼາຍແບບຄືກັບຕະຫຼາດສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ