ເປີດນຳໃຊ້ປະຕູຖານຂໍ້ມູນວິສາຫະກິດກ່ຽວກັບນະໂຍບາຍອຳນວຍຄວາມສະດວກໃຫ້ແກ່ດ້ານການຄ້າ
(VOVWORLD) -ຜ່ານການຕິດຕາມຂໍ້ມູນໃນເວັບໄຊ vntf.vn, ປະຊາຄົມວິສາຫະກິດສາມາດອັບເດດນະໂຍບາຍ, ຂ່າວຫຼ້າສຸດທີ່ອຳນວຍຄວາມສະດວກໃຫ້ແກ່ດ້ານການຄ້າໃນການເຄື່ອນໄຫວນຳເຂົ້າ - ສົ່ງອອກ.
ປະຕູຖານຂໍ້ມູນວິສາຫະກິດກ່ຽວກັບນະໂຍບາຍອຳນວຍຄວາມສະດວກໃຫ້ແກ່ດ້ານການຄ້າ (ພາບ: nhandan.vn) |
ວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ເປີດນຳໃຊ້ປະຕູຖານຂໍ້ມູນວິສາຫະກິດກ່ຽວກັບນະໂຍບາຍອຳນວຍຄວາມສະດວກໃຫ້ແກ່ດ້ານການຄ້າ (VNTF) ເພື່ອແນໃສ່ໜູນຊ່ວຍວິສາຫະກິດ ຫວຽດນາມ ໃນການເຄື່ອນໄຫວນຳເຂົ້າ. ຜ່ານການຕິດຕາມຂໍ້ມູນໃນເວັບໄຊ vntf.vn, ປະຊາຄົມວິສາຫະກິດສາມາດອັບເດດນະໂຍບາຍ, ຂ່າວຫຼ້າສຸດທີ່ອຳນວຍຄວາມສະດວກໃຫ້ແກ່ດ້ານການຄ້າໃນການເຄື່ອນໄຫວນຳເຂົ້າ - ສົ່ງອອກ. ພ້ອມດຽວກັນນັ້ນ ກໍສາມາດຄົ້ນຫາເອກະສານສະບັບຕ່າງໆທີ່ກ່ຽວຂ້ອງເຖິງນະໂຍບາຍ, ຂໍ້ກຳນົດກົດໝາຍ, ລະບຽບການ ແລະ ຂໍ້ມູນທີ່ເປັນປະໂຫຍດໃນຂົງເຂດອຳນວຍຄວາມສະດວກດ້ານການຄ້າ; ເຂົ້າຮ່ວມເວທີປາໄສເພື່ອປຶກສາຫາລື, ແລກປ່ຽນຂໍ້ມູນທີ່ກ່ຽວຂ້ອງ; ຂໍຄຳປຶກສານຳກະຊວງ, ຂະແໜງການ, ນັກຊ່ຽວຊານ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ… VNTF ຈະເປັນຊ່ອງຂໍ້ມູນທີ່ເປັນປະໂຫຍດ ແລະ ມີປະສິດທິຜົນ ເພື່ອແນໃສ່ໜູນຊ່ວຍວິສາຫະກິດເປັນເຈົ້າການເຊື່ອມໂຍງ ແລະ ເຂົ້າເຖິງລະບອບນະໂຍບາຍ, ກົດໝາຍອຳນວຍຄວາມສະດວກໃຫ້ແກ່ດ້ານການຄ້າ ໄດ້ຢ່າງເລິກເຊິ່ງກວ້າງຂວາງ.