ເປີດ​ນຳ​ໃຊ້​ໂຮງງານ hardware ​ທີ່​ມີ​ເງິນ​ລົ​ງ​ທຶນ 30 ລ້ານ USD ຢູ່​ຫ໋າຍ​ຝ່ອງ

(VOVWORLD) - ພິທີເປີດນຳໃຊ້ໂຮງງານ hardware Assa Abloy ຫວຽດນາມ (ຂຶ້ນກັບກຸ່ມບໍລິສັດ Assa Abloy ຂອງຊູແອັດ) ໄດ້ດຳເນີນໃນວັນທີ 10 ຕຸລາ, ຢູ່ເຂດອຸດສາຫະກຳ DEEP C 2B ຫ໋າຍຝ່ອງ.

ເປີດ​ນຳ​ໃຊ້​ໂຮງງານ hardware ​ທີ່​ມີ​ເງິນ​ລົ​ງ​ທຶນ 30 ລ້ານ USD ຢູ່​ຫ໋າຍ​ຝ່ອງ - ảnh 1ພິທີເປີດນຳໃຊ້ໂຮງງານ hardware Assa Abloy ຫວຽດນາມ (ພາບ: TTXVN)

ໂຮງງານໄດ້ຮັບການກໍ່ສ້າງນັບແຕ່ເດືອນມັງກອນ ປີ 2022 ດ້ວຍເນື້ອທີ່ກ່ວາ 4,3 ເຮັກຕາ, ລວມຍອດເງິນລົງທຶນ 30 ລ້ານ USD. ມາຮອດປັດຈຸບັນ, ໂຄງການໄດ້ກໍ່ສ້າງສຳເລັດໂຮງຈັກໂຮງງານ ແລະ ຕິດຕັ້ງເຄື່ອງຈັກ, ວັດຖຸອຸປະກອນຂອງຕ່ອງໂສ້ໃນການຜະລິດສຳເລັດແລ້ວ. ເມື່ອໂຮງງານເຂົ້າເຄື່ອນໄຫວ ຈະປະກອບສ່ວນສ້າງລາຍຮັບໃຫ້ແກ່ຜູ້ອອກແຮງງານ, ຮັບປະກັນການໜູນຊ່ວຍສັງຄົມ. ທ່ານ Martin Poxton, ປະທານຝ່າຍບໍລິຫານພາກພື້ນ ຈີນ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຂອງ ກຸ່ມບໍລິສັດ Assa Abloy ໃຫ້ຮູ້ວ່າ:

ສຳລັບໂຮງງານແຫ່ງນີ້, ພວກຂ້າພະເຈົ້າຈະສະໜອງຜະລິດຕະພັນຈຳນວນຫຼາຍໃຫ້ແກ່ບັນດາຫົວໜ່ວຍຂາຍເຄື່ອງຂອງຕົນໃນທົ່ວໂລກ. ພ້ອມກັນນັ້ນ, ດ້ວຍຄຳໝັ້ນສັນຍາຢ່າງແຮງກ່ຽວກັບຄວາມຮັບຜິດຊອບສັງຄົມ, ໂຮງງານນີ້ຈະສວມບົດບາດຫຼັກແຫຼ່ງໃນການຊ່ວຍພວກຂ້າພະເຈົ້າສືບຕໍ່ຫຼຸດຜ່ອນການປ່ອຍທາດກາກບອນລົງໃນປີ 2030 ແລະ ບັນລຸ ລະດັບການປ່ອຍອາຍພິດລົງລະດັບ 0 ໃນປີ 2050.

ຕອບກັບ

ຂ່າວ/ບົດ​ອື່ນ