ເປີດສັງກາດໃໝ່ໃນການພົວພັນ ຫວຽດນາມ - ຈີນ
(VOVWORLD) - ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດ ຈີນ ສີຈີ້ນຜິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ຈີນ ຫາກໍສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 12 – 13 ທັນວາ ຢ່າງຈົບງາມ. ການຢ້ຽມຢາມມີຄວາມໝາຍຍຸດທະສາດ, ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງສອງພັກ, ສອງລັດ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານພິທີຕ້ອບຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ (ພາບ: VOV)
|
ໃນການຢ້ຽມຢາມ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ້າງຂວາງ ແລະ ຍົກຂຶ້ນສູ່ລະດັບສູງໃໝ່, ສ້າງປະຊາຄົມ ຫວຽດນາມ - ຈີນ ພ້ອມກັນແບ່ງປັນໃນອະນາຄົດ. ເລື່ອງສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມທີ່ສຳຄັນ ພ້ອມກັບການລົງນາມໃນເອກະສານຮ່ວມມື 36 ສະບັບໃນຫຼາຍຂົງເຂດໃນໂອກາດນີ້ ໄດ້ສ້າງທ່ວງທ່າແກ່ການພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະໃໝ່. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຢັ້ງຢືນວ່າ:
“ໜຶ່ງໃນບັນດາທິດທາງການຮ່ວມມືພື້ນຖານ ແລະ ສຳຄັນທີ່ສຸດຂອງການພົວພັນລະຫວ່າງ ຫວຽດນາມ - ຈີນ ທີ່ໄດ້ຢັ້ງຢືນໃນຖະແຫຼງການຮ່ວມແມ່ນ ປັບປຸງພື້ນຖານສັງຄົມນິຍົມຢ່າງໝັ້ນແກ່ນກວ່າ. ບັນດາຄວາມມຸ່ງມາດປາດຖະໜາຢ່າງເລິກເຊິ່ງຂອງປະຊາຊົນສອງປະເທດນັບແຕ່ປາງກ່ອນມາຮອດປັດຈຸບັນ ກ່ຽວກັບໄມຕີຈິດມິດຕະພາບ, ສັນຕິພາບ, ການຮ່ວມມື ແລະ ພັດທະນານັ້ນ ແມ່ນແຫຼ່ງກຳລັງແຮງມະຫາສານ ແລະ ແມ່ນພື້ນຖານອັນໝັ້ນແກ່ນແກ່ຄວາມເຊື່ອໝັ້ນຕໍ່ອະນາຄົດທີ່ສົດໃສຂອງການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຖານອ້າຍນ້ອງ ບົນເສັ້ນທາງສ້າງລັດທິສັງຄົມນິຍົມ.”
ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ບັນລຸໄດ້ຫຼາຍໝາກຜົນສຳຄັນນັ້ນ, ບໍ່ພຽງແຕ່ຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ, ປະຊາຊົນສອງປະເທດ ຫວຽດນາມ - ຈີນ ເທົ່ານັ້ນ, ຫາກຍັງສ້າງແຫຼ່ງກຳລັງໜູນຢ່າງແຮງກ້າ ເພື່ອເປີດໄລຍະໃໝ່ໃນການພົວພັນສອງຝ່າຍໃນຈຸດເວລາເລີ່ມຕົ້ນທີ່ສູງກວ່າ.