ເປີດສະຫຼອງ “ລະບົບຄຸ້ມຄອງ ແລະ ແກ້ໄຂຄຳນຮ້ອງທຸກ, ຮ້ອງຟ້ອງ, ການຂັດແຍ່ງທາງດ້ານການຄ້າເອເລັກໂຕນິກ”
(VOVWORLD) -ຕອນເຊົ້າວັນທີ 18 ທັນວາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເປີດສະຫຼອງ “ລະບົບຄຸ້ມຄອງ ແລະ ແກ້ໄຂຄຳຮ້ອງທຸກ, ຮ້ອງຟ້ອງ, ການຂັດແຍ່ງດ້ານການຄ້າເອເລັກໂຕນິກ” ໃນລະບົບ online.gov.vn.
ການນຳກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມການເປີດສະຫຼອງ (ພາບ: baodauthau.vn) |
ລະບົດດັ່ງກ່າວແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີວຽກງານສົມທົບກັນ, ປະຕິບັດງານລະຫວ່າງບັນດາຫົວໜ່ວຍຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ກັບ ບັນດາອົງການຄຸ້ມຄອງລັດ ໃນການປ້ອງກັນ, ຕ້ານສິນຄ້າປອມ, ສິນຄ້າບໍ່ມີຕົ້ນກຳເນີດ, ສິນຄ້າລະເມີດສິດຊັບສິນທາງປັນຍາ.
ເນື່ອງໃນໂອກາດນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຈັດຕັ້ງພິທີລົງນາມໃນຄຳໝັ້ນສັນຍາ “ບໍ່ມີສິນຄ້າປອມໃນການຄ້າເອເລັກໂຕນິກ” ຄັ້ງທີ 2, ໂດຍມີການເຂົ້າຮ່ວມຂອງ ວິສາຫະກິດ 10 ແຫ່ງ ທີ່ດຳເນີນທຸລະກິດໃນລະບົບຂາຍຍ່ອຍ ແລະ ສະໜອງການບໍລິການໜູນຊ່ວຍ ການຄ້າເອເລັກໂຕນິກ.