ເປີດສະຫຼອງສູນການຄ້າຮ່າໂນ້ຍ-ມົດສະກູຢູ່ລັດເຊຍ

ເປີດສະຫຼອງສູນການຄ້າຮ່າໂນ້ຍ-ມົດສະກູຢູ່ລັດເຊຍ - ảnh 1
(ສູນ​ການ​ຄ້າ ຮ່າ​ໂນ້ຍ - ລັດ​ເຊຍ ​ໄດ້​ເປີດ​ສະຫຼອງ​ຢ່າງ​ເປັນ​ທາງ​ການ)

(vovworld) – ວັນ​ທີ 19/12, ຢູ່​ນະຄອນຫລວງ ມົດ​ສະ​ກູ (ລັດ​ເຊຍ), ສູນ​ການ​ຄ້າ ຮ່າ​ໂນ້ຍ - ລັດ​ເຊຍ ​ໄດ້​ເປີດ​ສະຫຼອງ​ຢ່າງ​ເປັນ​ທາງ​ການ, ອັນ​ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ລູກຄ້າ​ຊາວ ລັດ​ເຊຍ ​ເນື່ອງ​ໃນ​ໂອກາດ​ປີ​​ໃໝ່ 2016. ສູນ​ການ​ຄ້າ​ລວມມີ: ຮ້ານ​ສັບພະ​ສິນຄ້າ, ​ເຂດ​ອາຫານ… ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ສະຫຼອງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດ​ເຊຍ ຫງວຽນ​ແທງ​ເຊີນ ​ເນັ້ນ​ໜັກ​​ວ່າ:

        “ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວກ​ເຮົາ​ພວມ​ດີງາມ​ທີ່​ສຸດ ​ແລະ ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ຫລວງຫລາຍ​ຈາກ​ເພື່ອນ​ມິດ ລັດ​ເຊຍ ທັງ​ໄລຍະ​ສົງຄາມ ​ແລະ ທັງ​ໄລຍະ​ສັນຕິພາບ.  ​ແລະ ​ເລື່ອງ​ສູນ​ການ​ຄ້າ​ໄດ້​ກໍ່ສ້າງ​ໃນ​​ໄລຍະ​ນີ້ ກໍ​ແມ່ນ​ການ​ສະໜັບສະໜູນ, ຊ່ວຍ​ເຫຼືອ​ອັນ​​ໃຫຍ່ຫລວງ​ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ໃນເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງນະຄອນ​ຫລວງ ລັດ​ເຊຍ ​ແລະ ຊາວທ້ອງ​ຖິ່ນ”.

ຂ່າວ/ບົດ​ອື່ນ