ເປີດສະຫຼອງສູນສ່ືມວນຊົນໂຄສະນາ70ປີແຫ່ງວັນຊາດຫວຽດນາມທີ2ກັນຍາ
ເປີດສະຫຼອງສູນສ່ືມວນຊົນໂຄສະນາ 70 ປີ
ແຫ່ງວັນຊາດຫວຽດນາມທີ 2 ກັນຍາ
(ພາບ: VGP)
(vovworld) – ຕອນບ່າຍວັນທີ 31/08, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງລະດັບຊາດສະເຫຼີມສະຫຼອງບັນດາວັນບຸນໃຫຍ່ໃນ 2 ປີ 2014 – 2015 ໄດ້ເປີດສະຫຼອງສູນສ່ືມວນຊົນໂຄສະນາ ເພື່ອຮັບໃຊ້ວຽກງານໂຄສະນາເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິບັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ. ສູນສ່ືມວນຊົນຖືກຕັ້ງຢູ່ຫໍສະພາບແຫ່ງຊາດ.
ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິບັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຂອງວົງການສ່ືມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ. ໄດ້ມີນັກຂ່າວກວ່າ 700 ຄົນຂອງ 115 ຫົວໜ່ວຍສື່ມວນຊົນໃນທົ່ວປະເທດ ແລະ ນັກຂ່າວ 87 ຄົນສັງກັດ 30 ອົງການສື່ມວນຊົນຕ່າງປະເທດຈົດຊື່ເຂົ້າຮ່ວມ, ປະຕິບັດວຽກງານ. ຕອນເຊົ້າວັນທີ 02/09, ລາຍການຊຸມນຸມມິດຕິງ, ເດີນສວນສະໜາມສະແດງກຳລັງ, ເດີນຂະບວນ, ຈະຖືກດຳເນີນໄປຢ່າງສົມກຽດຢູ່ສະໜາມຫຼວງບາດິ່ງ. ກ່ອນພິທີຊຸມນຸມມິດຕິງແມ່ນພິທີເຂົ້າລົບທຸງຊາດ ແລະ ຍິງປຶນໃຫຍ່ 21 ລູກຈາກເຂດພະລາດຊະວັງທັງລອງ. ການເດີນສວນສະໜາມ ມີການເຂົ້າຮ່ວມຂອງປະມານ 30.000 ຄົນ. ພາຍຫຼັງພິທີເດີນສວນສະໜາມສະແດງກຳລັງ, ແມ່ນການເດີນຂະບວນສະແດງສີລະປະພິເສດ.