ເປີດສະຫຼອງຫໍສະໝຸດທີ່ໃກ້ຊິດສະໜິດສະໜົມກັບເດັກນ້ອຍໂດຍອີງໃສ່ປະຊາຄົມຂອງUNICEF

ເປີດສະຫຼອງຫໍສະໝຸດທີ່ໃກ້ຊິດສະໜິດສະໜົມກັບເດັກນ້ອຍໂດຍອີງໃສ່ປະຊາຄົມຂອງUNICEF - ảnh 1
(ພາບ​ປະ​ກອບ: loretovietnam)

(vovworld) - ຕອນ​ເຊົ້າ​ວັນ​ທີ 30/03, ຢູ່​ເມືອງ​ດົງ​ແອງ, ຮ່າ​ໂນ້ຍ, ກອງ​ທຶນສະ​ຫະ​ປະ​ຊາ​ຊາດ​ເພື່ອ​ເດັກ​ນ້ອຍ (UNICEF) ຫວຽດ​ນາມ ພ້ອມ​ກັບ​ກຸ່ມ​ບໍ​ລິ​ສັດ ຊາມ​ຊູງ ສ.ເກົາ​ຫຼີ ສົມ​ທົບ​ກັບ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດສຶກ​ສາ​ຫວຽດ​ນາມ ຈັດ​ພິ​ທີ​ເປີດ​ສະ​ຫຼອງ​ຫໍ​ສະ​ໝຸດ​ທີ່​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກັບ​ເດັກ​ນ້ອຍ​ໂດຍ​ອີງ​ໃສ່​ປະ​ຊາ​ຄົມ​. ​ທີ່​ຫໍ​ສະ​ໝຸດ​ນີ້​​ພວກ​ນ້ອງ​ນັກ​ຮຽນ​​ຈະໄດ້​​ສຶກ​ສາຮ່ຳ​ຮຽນ​, ລ້າ​ຫຼີ້ນ, ອ່ານ​ປື້ມ ແລະ ​ສຳ​ຜັດ​ກັບບັນ​ດາ​ພາ​ຫະ​ນະ​ສື່​ສາ​ນອ​ື່ນ​ຜ່ານ​ບັນ​ດາ​ຊ່ອງ​ໂທ​ລະ​ພາບ, ​ຕົວໜັງ​ສື ແລະ ​ນຳສຽງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ສາດ​ສະ​ດາ​ຈານ, ດ.ຣ ຫງວຽນ​ບ໋າ​ມິງ, ຫົວ​ໜ້າ​ກົມ​ສຶກ​ສາຂັ້ນ​ອະ​ນຸ​ບານ, ກະ​ຊວງ​ສຶກ​ສາ ແລະ ​ກໍ່​ສ້າງ​ຫວຽດ​ນາ​ມ ໃຫ້​ຮູ້​ວ່າ.

        “ຫໍ​ສະ​ໜຸດ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເບິ່ງ​ແຍງ​ດູ​ແລ ແລະ ພັດ​ທະ​ນາ​​ເດັກ​ອະ​ນຸ​ບານ​ຢ່າງ​ຮອບ​ດ້ານ, ​ທັງ​ແມ່ນ​ແຫ່ງ​ເພື່ອ​ໃຫ​້​ພະ​ນັກ​ງານ, ຄູ​ອາ​ຈານ, ພໍ່​ແມ່​ນັກ​ຮຽນ​ຂຸດ​ຄົ້ນ, ສຳ​​ຜັດ​ກັບ​ແຫຼ່ງ​ຂໍ້​ມູນ​ທີ່​ຈຳ​ເປັນ​ຢ່າງ​ງ່າຍ ເພື່ອ​ເພີ່ມ​ຄວາມ​ຮູ້ ແລະ ກຳ​ລັງ​ຄວາມ​ສາ​ມາດ​ກ່ຽວ​ກັບ​ການ​​ເບິ່ງ​ແຍງ​ການ​ສຶກ​ສາ​ໃຫ້​ເດັກ​ນ້ອຍ”.

ຂ່າວ/ບົດ​ອື່ນ