ເປີດສະຫຼອງຫ້ອງຮຽນທີ່ ໃສ່ຊື່ປະທານໂຮ່ຈິມິນ ຢູ່ສະຫະພັນລັດເຊຍ

ເປີດສະຫຼອງຫ້ອງຮຽນທີ່ ໃສ່ຊື່ປະທານໂຮ່ຈິມິນ ຢູ່ສະຫະພັນລັດເຊຍ - ảnh 1
(ຫ້ອງຮຽນແມ່ນ​ແຫ່ງວາງສະ​ແດງ​ຮູບ​ພາບ, ປື້​ມ, ໜັງ​ສື​ພິມ,
ວິ​ດີ​ໂອ ​ແລະ ບັນ​ອາ​ວັດຖຸ​ພັນ​ກ່ຽວ​ກັບປະທານ​ໂຮ່ຈິ​ມິນ)


(vovworld) - ຕອນ​ບ່າຍ​ວັນ​ທີ 26/11, ຢູ່​ສະ​ຖາ​ບັນ​ແຮງ​ງານ ​ແລະ ການ​ພົວພັນ​ສັງຄົມ​ຢູ່​ນະຄອນຫຼວງ​ມົດສກູ (ສະຫະ​ພັນ​ລັດ​ເຊຍ), ​ໄດ້​ດຳ​ເນີນ​ພິທີ​ເປີດ​ສະຫຼອງ​ຫ້ອງຮຽນ​ທີ່​​ໃສ່​ຊື່​ປະທານ​ໂຮ່ຈິ​ມິນ, ​ເຊິ່ງ​ແມ່ນ​ແຫ່ງວາງສະ​ແດງ​ຮູບ​ພາບ, ປື້​ມ, ໜັງ​ສື​ພິມ, ວິ​ດີ​ໂອ ​ແລະ ບັນ​ດາ​ວັດຖຸ​ພັນ​ກ່ຽວ​ກັບ​ເພີ່ນ. ທີ່​ພິທີ, ບັນດາ​ຜູ້​ແທນ​ໄດ້​ຫວນ​ຄືນ​ຊີວິດ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ປະທານ​ໂຮ່ຈິ​ມິນ ​ແລະ ທົບ​ທວນຄືນ​ບັນດາ​ຂີດ​ໝາຍ​ສຳຄັນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ຂອງການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ຟ້າ​ມຊວນ​ເຊີນ ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ເປີດ​ຫ້ອງ​ຮຽນ​ໂຮ່ຈິ​ມິນ ຢູ່​ສະ​ຖາ​ບັນແຮງ​ງານ ​ແລະ ການ​ພົວພັນ​ສັງຄົມ ​ແມ່ນ​ການ​ປະກອບສ່ວນສຳຄັນ​ເຂົ້າ​ໃນກິດຈະ​ການ​ປັບ​ປຸງ ​ແລະ ພັດທະນາ​ຄວາມ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ກໍ່​ຄື​ຄວາມ​ເຂົ້າ​​ໃຈເຊິ່ງກັນ ​ແລະ ກັນ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ. ສ່ວນ​ທ່ານ ຫົວໜ້າ​ສະ​ຖາ​ບັນແຮງ​ງານ ​ແລະ ການ​ພົວພັນ​ສັງຄົມ, ສາດສະດາຈານ Kodzkin E.M ​ໃຫ້​ຮູ້​ວ່າ.

        “ພວ​ກຂ້າພະ​ເຈົ້າ​ເປີດ​ຫ້ອງ​ຮຽນ​ທີ່​ໃສ່ຊື່ການນຳ​ຜູ້​ຍິ່ງ​ໃຫຍ່​ຂອງ​ຫວຽດນາມ ​ໂຮ່ຈິ​ມິນ, ​​ແມ່ນ​ຜູ້​ທີ່ໄດ້​ສ້າງ​ຕັ້ງ​ພື້ນຖານ ​ແລະ ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ, ​ເພື່ອ​ແນ​ໃສ່​ພັດທະນາ​ໜຶ່ງ​ໃນ​ບັນດາ​ທິດ​ໃຫ້​ບຸລິມະສິດ​ຍຸດ​ທະ​ສາດ​ຂອງ​ສະ​ຖາ​ບັນ​ໃນ​ການ​ຮ່ວມ​ມື​ກັບ​ຫວຽດນາມ. ນີ້​ບໍ່​ແມ່ນ​ຫໍພິພິດ​ຕະພັນ ​ເຖິງ​ວ່າ​ມີ​ວັດຖຸ​ພັນ​ຫຼາຍ​ຢ່າງ​ກ່ຽວ​ກັບ​ຫວຽດນາມ ​ແລະ ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ, ນີ້​ແມ່ນ​ຫ້ອງ​ຮຽນ​ໃຫ້​ແກ່​ບັນດາ​ນັກ​ສຶກສາ​ຂອງ​ພວກ​ຂ້າພະ​ເຈົ້າ. ຢູ່​ທີ່​ນີ້, ບັນດາ​ພວກ​ນ້ອງ​ທັງ​ຮໍ່າຮຽນ, ທັງ​ມີ​ເງື່ອນ​ໄຂ​ເພື່ອ​ຊົມ​ບັນດາ​ວັດຖຸ​ພັນ, ຮູບ​ພາບ ​ແລະ ຊອກ​ຮູ້​ກ່ຽວ​ກັບ​ການ​ນຳ​ຜູ້ທີ່​ຍິ່ງ​ໃຫຍ່​ຂອງ​ຫວຽດນາມ”.
ຂ່າວ/ບົດ​ອື່ນ