ເປີດສະຫຼອງອົງການທີ່ີປຶກສາດ້ານການທະຫານຫວຽດນາມປະຈຳລາຊະອານາຈັກອັງກິດ

ເປີດສະຫຼອງອົງການທີ່ີປຶກສາດ້ານການທະຫານຫວຽດນາມປະຈຳລາຊະອານາຈັກອັງກິດ - ảnh 1
ເປີດສະຫຼອງອົງການທີ່ີປຶກສາດ້ານການທະຫານຫວຽດນາມ
ປະຈຳລາຊະອານາຈັກອັງກິດ
(ພາບ: baotintuc)


(vovworld) – ​ພິທີເປີດສະຫຼອງອົງການ​ທີ່ີປຶກ​ສາ​ດ້ານ​ການ​ທະຫານ​ຫວຽດນາມ​ ປະຈຳ​ລາຊະ​ອານາຈັກ​ອັງກິດ ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ລອນ​ດອນ, ​ໃນ​ວັນ​ທີ 30/09. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາຊະ​ອານາຈັກ​ອັງກິດ ຫງວຽນ​ວັນ​ທາວ, ຢືນຢັນວ່າ ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ​້ອງກັນຊາ​ດ ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ,​ໃນນັ້ນ​ມີ​ອັງກິດ, ແມ່ນ​ເສົ້າ​ຄ້ຳ​ຂອງ​ວິວັດ​ການ​ເຊື່ອມ​ໂຍງຢ່າງຮອບດ້ານ​ຂອງ​ຫວຽດນາມ. ​ເລື່ອງ​ເປີ​ດສະຫຼອງອົງການ​ທີ່ີປຶກ​ສາ​ດ້ານ​ການ​ທະຫານ​ຫວຽດນາມ​ປະຈຳລອນ​ດອນ ​ແມ່ນ​ເພື່​ອ​ແນ​ໃສ່​ປະ​ຕິ​ບັດການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຄົບ​ຊຸດ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ເລິກ​ເຊິ່ງກວ່າ. ​ເລື່ອງ​ສ້າງ​ຕັ້ງອົງການ​ທີ່ີປຶກ​ສາ​ດ້ານ​ການ​ທະຫານ​ຫວຽດນາມ​ປະຈຳ​ອັງກິດ ​ແມ່ນກົງ​ກັບ​ໂອກາດ 2 ປະ​ເທດສະ​ເຫຼີ​ມສະຫຼອງ 5 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ສະ​ແດງ​​ໃຫ້​ເຫັນຄວາມ​ຕັດສິນ​​ໃຈ​ຂອງ​ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ປ້ອງ​ກັນຊາດ, ​ແທດ​ເໝາະ​​ກັບ​ຈິດ​ໃຈຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ລະຫວ່າງ​ຫວຽດນາມ ​ແລະ ອັງກິດ. ຍາມ​ໃດຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ບົດບາດ​ຂອງ​ອັງກິດ ບົນ​ເວທີ​ປາ​ໄສ​ສາກົນ ​ແລະ ​ເຊື່ອ​ໝັ້ນ​ຕໍ່​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​ຊາດ​ລະຫວ່າງ 2 ປະ​ເທດ ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​​ແທ່ນ​ການປະກອບສ່ວນ​ຮັກສາ​ສັນຕິ​ພາບ, ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ