ເປີດສະຫຼອງອະນຸສາວະລີປະທານໂຮ່ຈີມິນ
ຢູ່ສະຖານທູດຫວຽດນາມປະຈຳເມກຊິກໂກ
(ພາບ: vietnamplus.vn)
(vovworld) - ວັນທີ 18/9, ສະຖານທູດຫວຽດນາມປະຈຳເມກຊິກໂກ ໄດ້ຈັດພິທີຖະຫວາຍທູບທຽນ ແລະ ເປີດສະຫຼອງອະນຸສາວະລີ ປະທານ ໂຮ່ຈີມິນ, ເຊິ່ງໄດ້ຮັບການກໍ່ສ້າງໃນບໍລິເວນຂອງອົງການຕາງໜ້າຫວຽດນາມ. ກ່າວຄວາມເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເມກຊິກໂກ ເລລິງລານ ເນັ້ນໜັກເຖິງຄວາມໝາຍອັນໃຫຍ່ຫຼວງຂອງການກໍ່ສ້າງອະນຸສາວະລີ ປະທານ ໂຮ່ຈີມິນ ຢູ່ທີ່ນີ້. ຖືວ່າ, ນີ້ແມ່ນການກະທຳທີ່ແທດຈິງ ເພື່ອອາໄລຫາປະທານໃນແຕ່ລະວັນ. ທ່ານເອກອັກຄະລັດຖະທູດ ເລລິງລານ ຮຽກຮ້ອງປະຊາຄົມຊາວຫວຽດນາມ ຢູ່ ເມກຊິກໂກ, ພະນັກງານ, ສະມາຊິກພັກທຸກຄົນທີ່ພວມປະຕິບັດງານ, ຮຳ່ຮຽນ ແລະ ອອກແຮງງານຢູ່ ເມກຊິກໂກ ສືບຕໍ່ຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈິມິນ.