ເປີດສາກໂຄງການໜູນຊ່ວຍການສ້າງ ວິໄສທັດຂອງລັດຖະບານ ຫວຽດນາມ

ເປີດສາກໂຄງການໜູນຊ່ວຍການສ້າງ ວິໄສທັດຂອງລັດຖະບານ ຫວຽດນາມ - ảnh 1
ພາບປະກອບ

( vovworld ) – ວັນ​ທີ 12/3, ຢູ່​ຮ່າ​ໂນ້ຍ, ສະຖານ​ບັນ​ຄົ້ນຄ້ວາ​ຄຸ້ມ​ຄອງ​ເສດຖະກິດ ສົມທົບ​ກັບ​ສະຖານທູດ​ຊູ​ແອດ ປະຈຳ ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “ເປີດ​ສາກ​ໂຄງການ​ໜູນ​ຊ່ວຍ​ການສ້າງ​ວິ​ໄສ​ທັດ​ຂອງ​ລັດຖະບານ ຫວຽດນາມ“ ​ເພື່ອ​ແນ​ໃສ່​ປ່ຽນ​ໃໝ່ ​ແລະ ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​​​ໃນການ​ຄຸ້ມ​ຄອງຂອງລັດຖະບານ​ຫວຽດນາມ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ປະກາດ​ໝາກຜົນ​ແຫ່ງ​ການຄົ້ນຄ້ວາ “ວິວັດ​ການ​ຫັນປ່ຽນ​ຂອງ​ລັດຖະບານ​ຫວຽດນາມ: ການກໍ່​ສ້າງ​ຄືນ​ໃໝ່ ​ແລະ ການ​ປ່ຽນ​ໃໝ່“ ​ແລະ ຍົກ​ອອກ​ບັນດາ​ຈຸດໝາຍ ​ແລະ ​ເນື້ອ​ໃນ​ຂອງ​ໂຄງການ “ໜູນ​ຊ່ວຍ​ການ​ສ້າງ​ວິ​ໄສ​ທັດ ​ແລະ​ ຂັ້ນຕອນ​ການ​ປະຕິບັດ​ວິ​ໄສ​ທັດ​ຂອງ​ລັດຖະບານ​ຫວຽດນາມ ​ໄລຍະ 2012-2013“. ​ໂຄງການ​ນີ້​ໄດ້​ຊ່ວຍ​​ໃຫ້ການ​ປ່ຽນ​ໃໝ່​ກົງຈັກ​ລັດຖະບານ ບົ​ນພື້ນຖານ​ກຳນົດ​ບົດບາດ, ພາລະ​ໜ້າ​ທີ່​ຂອງ​ລັດຖະບານ ​ໃນ​ວິວັດ​ການພັດທະນາ​ເສດຖະກິດ-​ສັງຄົມຂອງ​ປະ​ເທດ​ຊາດ ​ໃຫ້​ສອດຄ່ອງ​ກັບ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່​ໃນ​ໄລຍະ 2012-2020 ​ແລະ ​ໃນຊຸມ​ປີ​ຕໍ່​ໄປ, ພ້ອມ​ກັນນັ້ນຈະ​ປ່ຽນ​ໃໝ່ວິທີ​ການ​ເຮັດ​ວຽກ​ຂອງ​ກົງຈັກ​ລັດ​ຖະບານ​ຕາມ​ທິດ​ຍົກ​ສູງ​ຜົນ​ສັກສິດ ​ແລະ ປະສິທິຜົນ​ແຫ່ງ​ການ​ຄຸ້ມ​ຄອງ​ລັດ​ໃນ​ພື້ນ​ຖານ​ເສດຖະກິດ​ການ​ຕະຫຼາດ.

ຂ່າວ/ບົດ​ອື່ນ