ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ເຂົ້າຮ່ວມພິທີ ແລະ ກົດປຸ່ມເປີດພິທີ.
(ພາບ: Nhan Sáng/TTXVN)
(vovworld) – ຕອນເຊົ້າວັນທີ 6/10, ທີ່ສຳນັກງານສະພາແຫ່ງຊາດ, ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດໄດ້ຈັດຕັ້ງພິທີເປີດແວັບໄຊ ສະມັດຊາໃຫຍ່ລັດຖະສະພາໂລກຄັ້ງທີ 132 (IPU 132). ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ເຂົ້າຮ່ວມພິທີ ແລະ ກົດປຸ່ມເປີດພິທີ.
ດ້ວຍລະຫັດ www.ipu132vietnam.vn, ແວັບໄຊຈະສະໜອງຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ລັດຖະສະພາ IPU 132 ເຊິ່ງລວມມີ: ແນະນຳກ່ຽວກັບ IPU 132, ບັນດາລາຍການເຮັດວຽກ, ບັນດາຮ່າງມະຕິ, ບັນດາເອກະສານຂອງກອງປະຊຸມ, ວິວັດການເຂົ້າຮ່ວມ IPU ແລະ ວຽກງານການກະກຽມຂອງ ຫວຽດນາມ ໃຫ້ແກ່ກອງປະຊຸມໃຫຍ່ IPU 132, ແວັບໄຊສະໜອງບັນດາຮູບພາບ, ວີດີໂອ ກ່ຽວກັບບັນດາການເຄື່ອນໄຫວຂອງ IPU 132, ພ້ອມທັງສະໜອງຂໍ້ມູນຂ່າວສານໃຫ້ບັນດານັກຂ່າວໃນເຫດການນີ້ດ້ວຍ 3 ພາສາຄື: ຫວຽດນາມ, ອັງກິດ ແລະ ຝຣັ່ງ.