ເປີດໂຄງການ “ ກໍ່ສ້າງອາຄານຜູ້ໂດຍສານສາກົນ - ທ່າອາກາດສະຍານສາກົນ ດານັ້ງ ”

ເປີດໂຄງການ “ ກໍ່ສ້າງອາຄານຜູ້ໂດຍສານສາກົນ - ທ່າອາກາດສະຍານສາກົນ ດານັ້ງ ” - ảnh 1
ພິ​ທີເປີດ​ໂຄງ​ການ “ ກໍ່​ສ້າງ​ອາ​ຄານ​ຜູ້​ໂດຍ​ສານ​ສາ​ກົນ - ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ດານັ້ງ ”
(vovworld)- ຕອນ​ເຊົ້າ​ວັນ​ທີ 15/11, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດານັ້ງ ໄດ້​ຈັດ​ພິ​ທີເປີດ​ໂຄງ​ການ “ ກໍ່​ສ້າງ​ອາ​ຄານ​ຜູ້​ໂດຍ​ສານ​ສາ​ກົນ - ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ດານັ້ງ ”. ໂຄງ​ການ “ ກໍ່​ສ້າງ​ອາ​ຄານ​ຜູ້​ໂດຍ​ສານ​ສາ​ກົນ - ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ດານັ້ງ ” ມີ​ຍອດ​ເງິນ​ລົງ​ທຶນກວ່າ 3.500 ຕື້​ດົງ, ເມື່ອກໍ່​ສ້າງ​ສຳ​ເລັດ ຈະສາ​ມາດຮັບ​ໃຊ້ຜູ້​ໂດຍ​ສານ​ແຕ່ 4 ລ້ານຫາ 6 ລ້ານ​ຄົນ​ຕໍ່​ປີ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ດັ່ງ​ກ່າວ, ທ່ານ​ລັດ​ຖະ​ມ​ົນ​ຕີ​ວ່າ​ການ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຫວຽດ​ນາມ ຫງວຽນ​ເຍິດ ກ່າວ​ວ່າ : (ເທບ)

    “​ໂຄງ​ການ “ ກໍ່​ສ້າງ​ອາ​ຄານ​ຜູ້​ໂດຍ​ສານ​ສາ​ກົນ - ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ດານັ້ງ ” ແມ່ນ​ເພື່ອ​ແນ​ໃສ່​ຫັນ​ການ​ກຳ​ນົດ​ທິດ​ເປັນ​ລະ​ອຽດ ແລະ ພັດ​ທະ​ນາ​ໂຄງ​ປະ​ກອບ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ໄລ​ຍະ 2011-2020. ນີ້​ແມ່ນ​ໂຄງ​ການ​ທີ່​ຜັນ​ຂະ​ຫຍາຍ​ຕາມ​ຮູບ​ການ​ຫັນ​ເປັນ​ວຽກ​ງານສັງ​ຄົມທຳ​ອິດ​ໃນ​ຂົງ​ເຂດ​ການ​ບິນ. ໂຄງ​ການ​ຈະ​ແມ່ນ​ປະ​ຖົມ​ປັດ​ໄຈ​ດຶງ​ດູດ​ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ທັງ​ຢູ່​ພາຍໃນ ແລະ ຕ່າງ

ປະ​ເທດ​ເຂົ້າ​ຮ່ວມຂຸດ​ຄົ້ນ​ບັນ​ດາ​ສາຍ​ການ​ບິນ, ປະ​ກອບ​ສ່ວນ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ເຂດ​ພາກ​ກາງ, ພ້ອມ​ທັງ​ຮັບ​ໃຊ້​ບັນ​ດາ​ເຫດ​ການ​ໃຫຍ່​ຂອງ​ຫວຽດ​ນາມ ”
ຂ່າວ/ບົດ​ອື່ນ