ເປັນຄັ້ງທໍາອິດຈັດການແຂ່ງຂັນຖີບລົດຖີບຜ່ານ 03 ປະເທດ ອິນດູຈີນ

(VOVWORLD) -ການແຂ່ງຂັນຖີບລົດຖີບທີ່ເປັນມູນເຊື້ອ “ນາມກີເຂີຍເຫງັຍ”, ຊີງຂັນກະຈາຍສຽງ VOH ເປີດກວ້າງຄັ້ງທີ 21 ຈະດໍາເນີນໃນລະຫວ່່າງວັນທີ 10 ທັນວາ 2018 – 22 ທັນວາ 2018 ກົງກັບໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ. 

ນີ້ແມ່ນຄັ້ງທໍາອິດໃນປະຫວັດສາດ ທີ່ການແຂ່ງຂັນຖີບລົດຖີບຫວຽດນາມ ໄດ້ຈັດຕັ້ງໄລຍະທາງແຂ່ງຂັນຜ່ານ 03 ປະເທດ ອິນດູຈີນ, ເຊິ່ງມຸ່ງໄປເຖິງວັນສະເຫຼີມສະຫຼອງ 40 ປີ ແຫ່ງວັນໄຊຊະນະດັບສູນລະບອບ Pol pot ປ້ອງກັນຊາຍແດນ ເຂດຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ (ວັນທີ 7 ມັງກອນ  1979 – 7 ມັງກອນ 2019); ສະເຫຼີມສະຫຼອງ 74 ປີ ແຫ່ງວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 – 22 ທັນວາ 2018).

        ພາຍຫຼັງໄປສໍາຫຼວດ,ເຮັດວຽກລ່ວງໜ້າ ແລະ ໄດ້ຮັບການເຫັນດີຈາກບັນດາທ້ອງຖິ່ນປະເທດເພື່ອນບ້ານ ລາວ ແລະ ກໍາປູເຈຍ ເຊິ່ງແມ່ນສະຖານທີ່ຄະນະແຂ່ງຂັນຈະຖີບຜ່ານແລ້ວ, ຄະນະຈັດຕັ້ງການແຂ່ງຂັນໄດ້ເຫັນດີ ເປັນເອກະພາບກ່ຽວກັບ ເສັ້ນທາງແຂ່ງຂັນ ຄາດວ່າ ຈະມີ 12 ໄລຍະ ດ້ວຍຄວາມຍາວ 1.750 km. ຄະນະແຂ່ງຂັນຈະຖີບຜ່ານບັນດາແຂວງ, ນະຄອນຄື: ແຂວງກອນຕຸມ, ແຂວງຢາລາຍ, ດັກລັກ, ແຄ໋ງຮວ່າ, ເລິມດົງ,ດົງນາຍ ແລະ ກັບຄືນນະຄອນໂຮ່ຈິມິນຂອງຫວຽດນາມ.

        ວົງການວິຊາການໄດ້ຕີລາຄາວ່າ ນີ້ແມ່ນການແຂ່ງຂັນທີ່ໜ້າປະທັບໃຈ, ດູດດື່ມນັກແຂ່ງຂັນເກັ່ງຈາກທິມຕ່າງໆເຂົ້າຮ່ວມ.ຄະນະຈັດຕັ້ງກໍໄດ້ເຊີນບັນດາທິມແຂ່ງຂັນຈາກປະເທດລາວ, ກໍາປູເຈຍ ແລະ ໄທເຂົ້າຮ່ວມນໍາອີກ. 

ຕອບກັບ

ຂ່າວ/ບົດ​ອື່ນ