ເປັນຄັ້ງທຳອິດ ວັນບຸນເຂົ້າຈີ່ ຫວຽດນາມ ໄດ້ຈັດຂຶ້ນຢູ່ນະຄອນໂຮ່ຈີມິນ
(VOVWORLD) -ໃນຂອບເຂດວັນບຸນ, ນັບແຕ່ນີ້ ຮອດວັນທີ 2 ເມສາ ຈະດຳເນີນຫຼາຍການເຄື່ອນໄຫວ: ກອງປະຊຸມສຳມະນາຫົວຂໍ້ “ວິວັດການພັດທະນາເຂົ້າຈີ່ ຫວຽດນາມ”, ການສະແດງ, ລອງເຮັດເຂົ້າຈີ່, ແນະນຳ 150 ເຍື່ອງອາຫານທີ່ກິນກັບເຂົ້າຈີ່, ວາງສະແດງເຂົ້າຈີ່ຊະນິດຕ່າງໆເຮັດຈາກຜັກໝາກໄມ້ຂອງ ຫວຽດນາມ.
ວັນບຸນເຂົ້າຈີ່ ຫວຽດນາມ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 30 ມີນາ ຢູ່ນະຄອນໂຮ່ຈີມິນ. ດ້ວຍຫົວຂໍ້ “ຄຸນຄ່າທາງດ້ານອາຫານ ແຫ່ງຊາດ”, ວັນບຸນມີການເຂົ້າຮ່ວມຂອງຮ້ານວາງແດງແລະ ຂາຍເຂົ້າຈີ່ ກ່ວາ 150 ຮ້ານທີ່ມາຈາກບັນດາຫົວໜ່ວຍ, ຮ້ານອາຫານ, ຮ້ານເຂົ້າຈີ່, ຜູ້ສະໜອງທັງຢູ່ພາຍໃນແລະ ຕ່າງປະເທດ. ໃນຂອບເຂດວັນບຸນ, ນັບແຕ່ນີ້ ຮອດວັນທີ 2 ເມສາ ຈະດຳເນີນຫຼາຍການເຄື່ອນໄຫວ: ກອງປະຊຸມສຳມະນາຫົວຂໍ້ “ວິວັດການພັດທະນາເຂົ້າຈີ່ ຫວຽດນາມ”, ການສະແດງ, ລອງເຮັດເຂົ້າຈີ່, ແນະນຳ 150 ເຍື່ອງອາຫານທີ່ກິນກັບເຂົ້າຈີ່, ວາງສະແດງເຂົ້າຈີ່ຊະນິດຕ່າງໆເຮັດຈາກຜັກໝາກໄມ້ຂອງ ຫວຽດນາມ. ຄາດວ່າ ວັນບຸນ ຈະດຶງດູດແຂກຢ້ຽມຊົມ, ລົງພຶດຕິກຳຕົວຈິງ ແລະ ຊື້ເຄື່ອງກ່ວາ 50.000 ເທື່ອຄົນ. ທ່ານນາງ ບຸຍທິງອກຮຽວ, ຮອງຫົວໜ້າພະແນກການທ່ອງທ່ຽວນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:
ພຽງແຕ່ໃນວັນທຳອິດ, ກໍ່ມີແຂກມາຢ້ຽມຊົມວັນບຸນເປັນຈຳນວນຫຼວງຫຼາຍແລ້ວ. ຄະນະຈັດຕັ້ງດີໃຈຫຼາຍຕໍ່ການແຜ່ຂະຫຍາຍຂອງວັນບຸນເຂົ້າຈີ່ຄັ້ງທຳອິດນີ້. ນີ້ແມ່ນເຫດການເຊີດຊູອາຫານ ຫວຽດ, ດ້ວຍລະບົບການເຄື່ອນໄຫວ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວມາຍັງນະຄອນໂຮ່ຈີມິນ ແລະ ເຫດການນີ້ຈະໄດ້ຮັບການຈັດຂຶ້ນເປັນປະຈຳປີ.