ເປັນ​ຄັ້ງ​ທຳ​ອິດ ສ.ເກົາຫຼີ ຝືກ​ຊ້ອມ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່​າຍ​ອິນ​ເຕີ​ເນັດ ກັບ NATO

(VOVWORLD) - ປີນີ້ ການຝືກຊ້ອມ Cyber Coalition ຈະດຳເນີນຢູ່ Estonia ໃນລະຫວ່າງວັນທີ 27 ພະຈິກ ຫາ ວັນທີ 1 ທັນວາ ດ້ວຍການເຂົ້າຮ່ວມຂອງ 35 ປະເທດສະມາຊິກ ແລະ ບັນດາຄູ່ຮ່ວມມືຂອງ NATO, ພ້ອມກັບສະຫະພາບ ເອີລົບ (EU). 

ວັນທີ 27 ພະຈິກ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໄດ້ປະກາດວ່າ ເປັນຄັ້ງທຳອິດ, ປະເທດນີ້ ເຂົ້າຮ່ວມການຝືກຊ້ອມການປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດສາກົນ ໂດຍອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຈັດຕັ້ງປະຈຳປີ ທີ່ມີຊື່ວ່າ Cyber Coalition.

ປີນີ້ ການຝືກຊ້ອມ Cyber Coalition ຈະດຳເນີນຢູ່ Estonia ໃນລະຫວ່າງວັນທີ 27 ພະຈິກ ຫາ ວັນທີ 1 ທັນວາ ດ້ວຍການເຂົ້າຮ່ວມຂອງ 35 ປະເທດສະມາຊິກ ແລະ ບັນດາຄູ່ຮ່ວມມືຂອງ NATO, ພ້ອມກັບສະຫະພາບ ເອີລົບ (EU). ການຝືກຊ້ອມ ແມ່ນເພື່ອແນໃສ່ ເພີ່ມທະວີຄວາມສາມາດໃນການສົມທົບກັນ ເພື່ອຮັບມືກັບບັນດາໄພນາບຂູ່ທາງອິນເຕີເນັດ. ສ.ເກົາຫຼີ ຈະຈັດສົ່ງນາຍທະຫານ 3 ຄົນ ໄປຍັງ Estonia ເພື່ອເຂົ້າຮ່ວມການຝືກຊ້ອມໂດຍກົງ, ໃນຂະນະທີ່ ນາຍທະຫານອີກ 8 ຄົນຈະເຂົ້າຮ່ວມຕາມຮູບແບບທາງໄກ.

ຕອບກັບ

ຂ່າວ/ບົດ​ອື່ນ